ເມືອງຫົງສາ ທຳລາຍສິນຄ້າຜິດລະບຽບຫຼາຍລາຍການ

233

ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫົງສາ ແຂວງໄຊຍະບູລີ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸ – ເສື່ອມຄຸນນະພາບ, ສິນຄ້າຜິດລະບຽບ ແລະ ສິນຄ້າເກືອດຫ້າມຢູ່ພາຍໃນເມືອງ ຂຶ້ນໃນວັນທີ 25 ກັນຍາ 2020 ທີ່ເດີ່ນຫ້ອງການດັ່ງກ່າວ, ພາຍຫຼັງຄະນະສະເພາະກິດໄດ້ລົງກວດກາສິນຄ້າຢູ່ບັນດາຮ້ານຄ້າ, ຮ້ານຂາຍເຄື່ອງຍ່ອຍ, ຕະຫຼາດ ແລະ ຮ້ານຂາຍເຄື່ອງສົ່ງພາຍໃນທົ່ວເມືອງ.

ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ປະກອບມີສິນຄ້າເກືອດຫ້າມ, ຜິດລະບຽບ 11 ລາຍການ ຄື: ລູກຫວ່ານ, ຂີ້ເຈຍ, ໝື້, ມາດ, ດອກເກັບ, ຄຣີມ ແລະ ຢາສູບເຖື່ອນ ລວມມູນຄ່າ 1.778.500 ກີບ ແລະ ປະເພດສິນຄ້າໝົດອາຍຸ – ເສື່ອມຄຸນມີນົມ, ເຂົ້າໜົມ, ໝີ່ເຄິ່ງສຳເລັດຮູບ, ກາແຟເຄິ່ງສຳເລັດຮູບ-ສຳເລັດຮູບ, ນ້ຳອັດລົດຕ່າງໆ, ເຄື່ອງປຸງແຕ່ງອາຫານ, ຢາປວດຫາຍ ແລະ ເຄື່ອງສຳອາງຈຳນວນໜຶ່ງ ລວມທັງໝົດ 65 ລາຍການ ມູນຄ່າ 6.635.000 ກີບ, ໄດ້ລົງກວດກາ ຈຳນວນ 191 ຮ້ານ, ໄລຍະກວດກາ ແມ່ນທ້າຍເດືອນກໍລະກົດ ຫາ ທ້າຍເດືອນສິງຫາ 2020.

ສ່ວນບັນດາຮ້ານຄ້າ ຫຼື ຜູ້ປະກອບການທີ່ຈຳໜ່າຍສິນຄ້າດັ່ງກ່າວນັ້ນ ທາງຄະນະສະເພາະກິດຂອງເມືອງ ໄດ້ໃຫ້ການສຶກສາອົບຮົມແກ່ເຂົາເຈົ້າ, ໃຫ້ເອົາໃຈໃສ່ກວດກາເບິ່ງຄືນສິນຄ້າທີ່ວາງຂາຍຢູ່ໃນຮ້ານຕົນເອງເປັນປະຈຳ ແລະ ວິທີການກວດເບິ່ງນັ້ນ ກໍຄືເບິ່ງວັນໝົດອາຍຸຂອງສິນຄ້າຕ່າງໆ. ພ້ອມທັງໄດ້ປັບໃໝ ແລະ ເຮັດບົດບັນທຶກກ່າວເຕືອນຕໍ່ຜູ້ທີ່ກະທຳຜິດໂດຍບໍ່ເຂັດຫຼາບ ຈຳນວນ 43 ລາຍ ( ມູນຄ່າປັບໃໝທັງໝົດ 3.960.000 ກີບ ). ທັງນີ້, ກໍເພື່ອເຮັດໃຫ້ຜູ້ບໍລິໂພກ ແລະ ອຸປະໂພກໄດ້ຮັບສິນຄ້າ ແລະ ອາຫານທີ່ປອດໄພ, ມີຄຸນນະພາບ.

ເຂົ້າຮ່ວມໃນພິທີທຳລາຍສິນຄ້າໃນຄັ້ງນີ້ມີ ທ່ານ ສິງຄຳ ພານິດ ຫົວໜ້າຫ້ອງການອຸດສາຫະກຳ  ແລະ ການຄ້າເມືອງ, ມີບັນດາຫົວໜ້າ – ຮອງຫົວໜ້າຫ້ອງການ, ພາກສ່ວນທີມງານສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

( ຂໍ້ມູນ: ກິດຕິສັກ ບົວໄລ )