ແບບຢ່າງກ້າລົງມືເຮັດ! ລ້ຽງສັດຂາຍສ້າງລາຍຮັບເຂົ້າຄອບຄົວໄດ້ 60-70ລ້ານກີບຕໍ່ປີ

714

ຂໍພຽງໃຝ່ຮຽນຮູ້ ແລະ ກ້າລົງມືເຮັດ ຄວາມສໍາເລັດຢູ່ບໍ່ໄກ ດັ່ງຄອບຄົວຂອງ ທ່ານ ພົງສະຫວັດ ອິນພອນ ທີ່ຖືເອົາການລ້ຽງໄກ່ພັນໄຂ່ ແລະ ລ້ຽງໝູ ເປັນສິນຄ້າ ຈົນກາຍເປັນແບບຢ່າງໃນການສ້າງເສດຖະກິດຄອບຄົວຢູ່ ບ້ານກວນຈັນ ເມືອງຄຳເກີດ ແຂວງບໍລິຄຳໄຊ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ 60-70ລ້ານກີບຕໍ່ປີ.

ທ່ານ ພົງສະຫວັດ ອິນພອນ ໃຫ້ຮູ້ວ່າ: ຍ້ອນຮຽນຈົບດ້ານການປູກຝັງ-ລ້ຽງສັດ ຕົນເອງຈຶ່ງໄດ້ເລີ່ມປະກອບອາຊີບລ້ຽງໄກ່ພັນໄຂ່ມາແຕ່ປີ 2015 ໂດຍໃນເບື້ອງຕົ້ນ ໃຊ້ຕົ້ນທຶນ 230 ລ້ານກີບ ເພື່ອສ້າງຟາມໄກ່ພັນໄຂ່ ຂື້ນ 2 ຟາມ, ຄອກໝູ 1 ຟາມ ໜອງປາ 1 ໜອງ ແລະ ຊື້ແມ່ໄກ່ສາວຈຳນວນ 3.500 ໂຕ ແຮງງານໃນການລ້ຽງ ແມ່ນຄົນໃນຄອບຄົວ 3 ຄົນ, ພາຍຫຼັງນໍາແມ່ໄກ່ເຂົ້າມາລ້ຽງ ປະມານໜຶ່ງອາທິດ ແມ່ໄກ່ເລີ່ມໄຂ່ມື້ລະ 60 ແຕະ ຫຼັງຈາກນັ້ນ ນຳເອົາໄປຂາຍຕາມທ້ອງຖິ່ນ ແລະ ທ້ອງຕະຫຼາດ, ເຫັນວ່າການລ້ຽງໄກ່ພັນໄຂ່ ບໍ່ມີຄວາມຫຍຸ້ງຍາກຫຼາຍ ທັງມີກຳໄລດີ ແລະ ຕະຫຼາດກໍມີຄວາມຕ້ອງການສູງ, ສະນັ້ນ ຈຶ່ງໄດ້ສືບຕໍ່ລ້ຽງມາຕະຫຼອດຈົນຮອດປັດຈຸບັນ.

ທ່ານ ພົງສະຫວັດ ອິນພອນ ກ່າວຕື່ມວ່າ: ແຕ່ລະປີ ຄອບຄົວຂອງຕົນເອງ ມີລາຍຮັບຈາກການຂາຍໄຂ່, ຂາຍໝູ ແລະ ຂາຍປາ ສະເລ່ຍແລ້ວໄດ້ປະມານ 60-70 ລ້ານກີບຕໍ່ປີ. ແນວໃດກໍ່ຕາມ ສິາງທີ່ຕົນໄດ້ຈາກການລ້ຽງສັດເປັນສິນຄ້ານັ້ນ ປັດຈຸບັນ ມີເຮືອນຢູ່ຖາວອນ, ລົດ 6 ລໍ້ 1 ຄັນ ມືທຶນຮອນການສຶກສາໃຫ້ລູກ ແລະ ມີເງິນເກັບຈຳນວນໜຶ່ງ ໄວ້ເປັນທຶນຂະຫ ຍາຍຟາມອອກຕື່ມອີກ ເພື່ອໃຫ້ຄອບຄົວມີລາຍຮັບຫຼາຍຂື້ນຕື່ມ.

ສະຫຼູບແລ້ວ ການສ້າງເສດຖະກິດຄອບຄົວ ຈະປະສົບຜົນສຳເລັດ ກ້າວສູ່ຄວາມຮັ່ງມີໄດ້ ແມ່ນຕ້ອງມີຄວາມອົດທົນສູງ ເຊິ່ງໃຊ້ເວລາພໍສົມຄວນ ໃນການລົງມືເຮັດແທ້ທຳຈິງ ບຸກບືນສູ້ຊົນຜ່ານຜ່າອຸປະສັກຕ່າງໆ ບໍ່ຍອມທໍ້ຖອຍ ກໍ່ສາມາດປະສົບຄວາມສຳເລັດໄດ້ ທ່ານ ພົງສະຫວັດ ອິນພອນ ກ່າວ.