ຂົ້ວຜັກຄະໝູສັບ ກິ່ນແຮງແຕ່ຮັບຮອງວ່າແຊບຈົນຢຸດກິນບໍ່ໄດ້

272

ຂົ້ວຜັກຄະໝູສັບ ກິ່ນແຮງແຕ່ຮັບຮອງວ່າແຊບຈົນຢຸດກິນບໍ່ໄດ້

ເມນູນີ້ອາດຈະບໍ່ຖືກໃຈໃຜບາງຄົນ ແຕ່ຮັບຮອງວ່າແຊບຈົນລືມຄວາມເໝັນຂອງຜັກຄະແນ່ນອນກັບເມນູຂົ້ວຜັກຄະໝູສັບ ເຮົາມາເບິ່ງສ່ວນປະສົມ ແລະ ຂັ້ນຕອນໃນການເຮັດເມນູນີ້ກັນເລີຍ.

ຂົ້ວຜັກຄະໝູສັບ

ສ່ວນປະສົມ

ໝູສັບ 100 ກຣາມ

ຜັກຄະ 50 ກຣາມ

ໝາກເຜັດດິບແດງ 7 ໜ່ວຍ

ກະທຽມ 3 ງີມ

ຊອດເຫັດຫອມ 1 ບ່ວງແກງ

ນ້ຳຕານຊາຍ 1 ບ່ວງຊາ

ສະອິ໊ວຂາວ 1 ບ່ວງຊາ

ນ້ຳປາ ½ ບ່ວງຊາ

ນ້ຳດື່ທສະອາດ 2 ບ່ວງຊາ

ນ້ຳມັນພືດ 1 ບ່ວງຊາ

ຫອມບົວຈຽວສຳລັບໂຮຍໜ້າ

ວິທີປຸງແຕ່ງ

1 ຕຳໝາກເຜັດດິບ ກະທຽມ ໃຫ້ແຫຼກແລ້ວຕັກກຽມໄວ້.

2 ຕັ້ງໝໍ້ໃສ່ນ້ຳມັນພືດພໍຮ້ອນ ໃສ່ໝາກເຜັດ ກະທຽມທີ່ຕຳແລ້ວລົງໄປຂົ້ວໃຫ້ຫອມ ໃສ່ໝູສັບຂົ້ວໃຫ້ສຸກ ຈາກນັ້ນໃສ່ຜັກຄະຂົ້ວໃຫ້ເຂົ້າກັນ.

3 ປຸງລົດຊາດດ້ວຍຊັອດເຫັດຫອມ ນ້ຳຕານຊາຍ ສະອິ໊ວຂາວ ນ້ຳປາ ຕື່ມນ້ຳດື່ມສະອາດຂົ້ວໃຫ້ເຂົ້າກັນ ຊິມລົດຊາດແລ້ວກໍຕັກໃສ່ຈານ ພ້ອມໂຮຍຫອມບົວຈຽວໃສ່ ກໍຖືວ່າຮຽບຮ້ອຍ.