ຊົມເຊີຍ!໋ ປະຊາຊົນ 4 ບ້ານ ສາມັກຄີສ້ອມແປງທາງຍາວ 10 ກິໂລແມັດດ້ວຍຕົນເອງ

146

ເພື່ອເຮັດໃຫ້ການໄປມາຫາສູ່ກັນລະຫວ່າງບ້ານຕໍ່ບ້ານໃຫ້ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ ທັງເປັນການສ້າງຂະບວນການ ຕ້ອນຮັບວັນສຳຄັນຕ່າງໆຂອງຊາດ, ຂອງພັກ ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜື່ງ ໂດຍສະເພາະກໍ່ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກແຂວງສະຫວັນນະເຂດ ທີ່ຈະໄຂຂຶ້ນໃນມໍ່ໆນີ້ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 29 ກັນຍາ 2020 ທີ່ຜ່ານມາ ປະຊາຊົນ 4ບ້ານຄື ບ້ານ ອາຫໍ, ບ້ານ ນາແພງ, ບ້ານ ອໍາພະວັງ ແລະ ບ້ານໜອງບົວລາວ ທີ່ຂຶ້ນກັບກຸ່ມບ້ານທີ 6 ຂອງເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ພ້ອມໃຈສາມັກຄີກັນສ້າງຂະບວນການສ້ອມແປງເສັ້ນທາງລະຫວ່າງບ້ານຕໍ່ບ້ານ ໂດຍການຊີ້ນໍານໍາພາຂອງທ່ານ ຄໍາສຸກ ອິນທະວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ພ້ອມດ້ວຍອໍານາດການປົກຄອງ ແລະພໍ່ແມ່ປະຊົນ, ຊາວໜຸ່ມ-ແມ່ຍິງ ພາຍໃນ 4 ບ້ານເຂົ້າຮ່ວມຈໍານວນ 378 ຄົນ.

ການອອກແຮງງານໃນຄັ້ງນີ້, ໜ້າວຽກຫຼັກແມ່ນໄດ້ສາມັກຄີກັນຂຸດຮ່ອງລະບາຍນໍ້າທັງສອງຟາກທາງ, ຂົນດິນຖົມໃສ່ບ່ອນທີ່ເປັນບວກເປັນຂຸມເລິກ ແລະປັບໜ້າດິນໃຫ້ມີຄວາມຮາບພຽງ, ຖາງປ່ານ້ອຍໃຫຍ່ທີ່ເກີດຢູ່ຕາມແຄມທາງທັງສອງຟາກ, ການສ້ອມແປງເສັ້ນທາງແມ່ນໄດ້ເລີ່ມແຕ່ທາງຜ່ານບ້ານ ອາຫໍ ຫາ ບ້ານ ນາແພງ, ບ້ານອໍາພາວັງ ແລະບ້ານໜອງບົວລາວ ເຊີ່ງມີໄລຍະທາງ 10 ກິໂລແມັດ, ທັງນີ້ກໍ່ເພື່ອເຮັດໃຫ້ພໍ່ແມ່ປະຊົນພາຍໃນບ້ານ ແລະບ້ານໃກ້ຄຽງ ລວມທັງຜູ້ໃຊ້ລົດໃຊ້ຖະໜົນໃນການສັນຈອນໄປມາຫາສູ່ກັນຊື້-ຂາຍແລກປ່ຽນສີ້ນຄ້າ ລະຫວ່າງບ້ານຕໍ່ບ້ານ ແລະບ້ານຫາເມືອງ ໃຫ້ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງສະຫວັນນະເຂດ