“ຖົ່ວງອກດິບ” ກັບອັນຕະລາຍທີ່ຄວນລະວັງ

394

“ຖົ່ວງອກ” ຜັກທີ່ພົບໃນຫຼາກຫຼາຍເມນູ ບໍ່ວ່າຈະເປັນຜັກເຄື່ອງຄຽງຂອງເຝີ ຂົ້ວໝີ່ ຕຳໝາກຫຸ່ງ ຫຼື ຈະຂົ້ວເປັນເມນູຫຼັກ ຖົ່ວງອກຈະຢູ່ໃນອາຫານທີ່ເຮົາຮັບປທານກັນຢູ່ເປັນປະຈຳ ແຕ່ຖ້າຫາກເປັນ “ຖົ່ວງອກດິບ” ເຮົາກໍບໍ່ຢາກຈະແນະນຳໃຫ້ຮັບປະທານກັນປານໃດ ເພາະອາດຈະສົ່ງຜົນເສຍບາງຢ່າງຕໍ່ຮ່າງກາຍໄດ້.

ອັນລະລາຍຈາກຖົ່ວງອກ

ຖົ່ວງອກດິບພົບການປົນເປື້ອນຂອງເຊື້ອແບັດທີເຣຍເຊັ່ນ ຊາລໂມເນວລາ ຫຼື ອີໂຄໄລ ເມື່ອເຮັດການເພາະປູກຖົ່ວງອກ ຄວາມຊື້ນ ແລະ ອຸນຫະພູມຂອງຖົ່ວງອກໃນການຈະເລີນເຕີບໃຫຍ່ ເໝາະສົມກັບການຈະເລີນເຕີບໃຫຍ່ຂອງເຊື້ອແບັດທີເຣຍເຊັ່ນດຽວກັນ.

ນອກຈາກນີ້ ຖັ່ວງອກອາດພົບສານຟອກສີທີ່ມີລິດຟອກຂາວໄດ້ສູງ ເພາະຜູ້ຜະລິດບາງເຈົ້ານຳເອົາສານຟອກຂາວມາແຊ່ຖົ່ວງອກ ເພື່ອໃຫ້ຖົ່ວງອກມີສີຂາວ ອວບ ນ່າຮັບປະທານ ແລະ ເກັບໄວ້ຈຳໜ່າຍໄດ້ດົນ.

ເຖິງວ່າຈະມີສານຟອກຂາວບາງປະເພດທີ່ອະນຸຍາດໃຫ້ນຳມາໃຊ້ໃນອາຫານໄດ້ ເຊັ່ນ ໂຊດ້ຽມຊັນໄຟ ແຕ່ເນື່ອງຈາກເປັນສານຟອກຂາວທີ່ີລິດໃນການຟອກຕ່ຳຜູ້ຈຳໜ່າຍຈຶ່ງນິຍົມໃຊ້ສານຟອກຂາວປະເພດທີ່ບໍ່ອະນຸຍາດໃຫ້ໃຊ້ໃນອາຫານຫຼາຍກວ່າ ຄື ໂຊດ້ຽມໄຮໂດຣຊັນໄຟມາປະສົມ ສານນີ້ມີລິດຟອກຂາວໄດ້ສູງກວ່າປະເພດທຳອິດ 2-3 ເທົ່າ ສາມາດຂ້າເຊື້ອຈຸລິນຊີໄດ້ ແຕ່ມີອັນຕະລາຍຕໍ່ຮ່າງກາຍເມື່ອບໍລິໂພກເຂົ້າໄປຈະເຮັດໃຫ້ເກີດອາການຫາຍໃຈຂັດ ຄວາມດັນເລືອດຕ່ຳ ເຈັບທ້ອງ ອາຈຽນ ຖອກທ້ອງ ສຳລັບຜູ້ທີ່ແພ້ຢ່າງຮຸນແຮງ ຫຼື ປ່ວຍເປັນພະຍາດຫອບຫືດຈະມີອາການຮຸນແຮງຂຶ້ນ ມີອາການຊັອກ ໝົດສະຕິ ແລະ ອາດເສຍຊີວິດໄດ້.

ວິທີຫຼີກລຽງອັນຕະລາຍຈາກຖົ່ວງອກ

1 ຫຼີກລຽງການຮັບປະທານຖົ່ວງອກດິບຫາກບໍ່ຮູ້ແຫຼ່ງຜະລິດທີ່ຊັດເຈນ.

2 ປຸງຖົ່ວງອກໃຫ້ສຸກກ່ອນຮັບປະທານສະເໝີ ຫຼື ປຸງຖົ່ວງອກໃຫ້ສຸກກ່ອນໃສ່ລົງໄປໃນເຝີ ແລະ ເມນູອາຫານອື່ນໆ ກໍຈະປອດໄພກວ່າການກິນຖົ່ວງອກດິບ.

3 ບໍ່ຄວນເລືອກຖົ່ວງອກທີ່ມີສີຂາວຜິດປົກກະຕິ.

4 ຫາກຈາກເປັນຕ້ອງຮັບປະທານຖົ່ວງອກດິບແທ້ໆ ຄວນຫຼີກລຽງຖົ່ວງອກທີ່ມີສີໜອງຄ້ຳ ມີສ່ວນເນົ່າເສຍປົນຢູ່ເພາະອາດເຮັດໃຫ້ເກີດອາການເຈັບທ້ອງໄດ້.