ທາງການແລ້ວ ຊ່ວງເຮືອທ່າວັດຈັນປີນີ້ ມີພຽງເຮືອກີລາ 12 ລໍາຮ່ວມຊີງໄຊ ເງິນລາງວັນເພີ່ມຂຶ້ນ 1 ເທົ່າ

174

ພິທີຈັບສະຫຼາກແບ່ງສາຍເຮືອ 12 ສີພາຍຈັດຂຶ້ນຢ່າງເປັນທາງການໃນວັນທີ 30 ກັນຍາ 2020 ທີ່ຫ້ອງການປົກຄອງ ເມືຶອງຈັນທະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ສຸວັນນະສີ ຮອງເລຂາພັກ ເມືອງຈັນທະບູລີ ເຊິ່ງເປັນຫົວໜ້າອະນຸກໍາມະການເຕັກນິກ ງານບຸນຊ່ວງເຮືອທ່າວັດຈັນ ປະຈໍາປີ 2020 ພ້ອມດ້ວຍຄະນະ ແລະ ຕົວແທນຂອງເຮືອແຕ່ລະລໍາເຂົ້າຮ່ວມ.

ສໍາລັບ ການແຂ່ງຂັນເຮືອກີລາ 12 ສີພາຍປີນີ້ຈະມີພຽງ 12 ລໍາເຂົ້າຮ່ວມແຂ່ງຂັນ ເຊິ່ງຈະແຂ່ງຂັນພາຍໃນມື້ດຽວຈົບໃນວັນທີ 3 ຕຸລາ 2020 ແຂ່ງມື້ດຽວໃຫ້ສໍາເລັດ.
ໂດຍຜົນການຈັບສະຫຼາກແບ່ງສາຍມີດັ່ງນີ້:

#ສາຍ ກ: ເທບພະບຸດເຕົ່າທອງ, ໂນແກ໋ດ ແລະ ພະຍາສີສຸດທໍາ ( ລໍາມໍເຕີ )
#ສາຍ ຂ: ທິດາສາຍແວວ, ເມືອງຈັນທະບູລີ ແລະ ເພັດມີໄຊ

#ສາຍ ຄ: ເທບນາຄາ, ນາວາສັກສິດ ແລະ ບີເຄ ຮອນດ້າ
#ສາຍ ງ: ບ້ານຫ້ອມ ( ທິດາພາໂລ ), ປາໂຍກນໍາໂຊກ ແລະ ບ້ານແສນດິນ

ສໍາລັບເງິນລາງວັນແມ່ນເພີ່ມຂຶ້ນຈາກ 5 ລ້ານມາເປັນ 10 ລ້ານກີບສໍາລັບຊະນະເລີດ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ 8 ລ້ານກີບພ້ອມຂັນ 1 ໜ່ວຍ, ອັນດັບ 3 ໄດ້ 6 ລ້ານກີບ ພ້ອມຂັນ 1 ໜ່ວຍ ແລະ ອັນດັບ 4 ໄດ້ 4 ລ້ານກີບ.

ຂ່າວ: ຄໍາສອນ; ຮູບ: ສຸກສະຫວັນ