ຈາກອາຊີບຖາງປ່າເຮັດໄຮ່ ຫັນມາປູກຊາໝ້ຽງຂາຍ ພິກຄອບຄົວສູ່ຄວາມມີຢູ່ມີກິນ

172

ຄອບຄົວຂອງ ລຸງບຸນທ່ຽງ ມວນມະນີ ອາຍຸ 54 ປີ ປະຊາຊົນບ້ານສະແມດໃຫຍ່ ເມືອງໄຊສະຖານ ແຂວງໄຊຍະບູລີ ພາຍໃນຄອບຄົວມີນໍາກັນທັງໝົດ 8 ຄົນ ມີແຮງງານຕົ້ນຕໍ 2 ຄົນ. ກ່ອນປີ 2009 ຄອບຄົວຂອງລຸງໄດ້ຢຶດຖືອາຊີບເຮັດໄຮ່ປູກເຂົ້າເລື່ອນລອຍ ແລະ ຖືເອົາການປູກຊາເປັນອາຊີບສໍາຮອງ.

ໃນໄລຍະນັ້ນພໍຮອດລະດູຜະລິດເຂົ້າ ກໍໄດ້ພາກັນໄປຖາງປ່າເຮັດໄຮ່ປູກເຂົ້າປະມານ 2 – 3 ເຮັກຕາ, ປີໃດຟ້າຝົນອໍານວຍຜົນຜະລິດກໍໄດ້ຫຼາຍກຸ້ມກິນ ປີໃດຟ້າຝົນບໍ່ອໍານວຍສັດຕູພືດທໍາລາຍຜົນຜະລິດກໍຕໍ່າ ເຮັດໃຫ້ຂາດເຂົ້າກິນເປັນເວລາ 2 – 3 ເດືອນຕໍ່ປີ. ດັ່ງນັ້ນ, ຈຶ່ງເຂົ້າປ່າເພື່ອຊອກຫາເຄື່ອງປ່າຂອງດົງຕາມທໍາມະຊາດໄປຂາຍແລ້ວຊື້ເຂົ້າມາກິນ ເພື່ອລ້ຽງຄອບຄົວເຮັດໃຫ້ຊີວິດຄອບຄົວເວລານັ້ນຝືດເຄືອງເຮືອນຢູ່ບໍ່ຖາວອນ, ພາຫະນະຮັບໃຊ້ກໍບໍ່ມີ, ເວລາເຈັບເປັນກໍບໍ່ມີເງິນໄປປິ່ນປົວ.

ຮອດທ້າຍປີ 2009 ເມືອງໄຊສະຖານ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ພັກ ແລະ ລັດ ໄດ້ມີນະໂຍບາຍຈັດສັນອາຊີບຄົງທີ່ ແລະ ໝັ້ນທ່ຽງໃຫ້ແກ່ປະຊາຊົນຫັນເອົາການປູກ, ການລ້ຽງແບບທໍາມະຊາດກະແຈກກະຈາຍ ຫັນມາລ້ຽງແບບເປັນກຸ່ມ, ຕິດພັນກັບການບໍລິການດ້ານເຕັກນິກ ແລະ ສິນເຊື່ອທະນາຄານ. ຍ້ອນເຫັນໄດ້ແນວນັ້ນລຸງຈຶ່ງໄດ້ປຶກສາຫາລືກັບຄອບຄົວ ຕົກລົງກັນປ່ຽນອາຊີບຈາກການເຮັດໄຮ່ປູກເຂົ້າແບບເລື່ອນລອຍມາປູກຊາເປັນອາຊີບຫຼັກ ເພາະຊາສະແມດ  ໃຫຍ່ເປັນຊາທີ່ໄດ້ມາດຖານເປັນທີ່ຕ້ອງການຂອງຜູ້ບໍລິໂພກ ແລະ ຕະຫຼາດຮອງຮັບຈາກພາຍໃນ ແລະ ຕ່າງປະເທດ, ປູກເທົ່າໃດກໍຍັງບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ.

ລຸງບຸນທ່ຽງ ມວນມະນີ ມີສວນຊາທັງໝົດ 6 ເຮັກຕາ ຖືວ່າປູກຫຼາຍກວ່າໝູ່ ປີໜຶ່ງສາມາດສ້າງລາຍຮັບຈາກການຂາຍຊາໄດ້ 78 ລ້ານກີບ. ນອກຈາກນັ້ນ, ຄອບຄົວຂອງລຸງຍັງໄດ້ລ້ຽງສັດ, ຫາເຄື່ອງປ່າຂອງດົງ ແລະ ຂາຍເຄື່ອງຍ່ອຍປີໜຶ່ງໄດ້ 20 ລ້ານກີບ.

ສັງລວມແລ້ວປີໜຶ່ງສາມາດສ້າງລາຍຮັບເຂົ້າໃນຄອບຄົວໄດ້ທັງໝົດ 98 ລ້ານກີບ ສະເລ່ຍໃສ່ຫົວຄົນໜຶ່ງພາຍໃນຄອບຄົວໄດ້ 12 ລ້ານກວ່າກີບຕໍ່ຄົນຕໍ່ປີ, ຈາກຜົນທີ່ໄດ້ຮັບຂ້າງເທິງນັ້ນ ທຽບໃສ່ເມື່ອກ່ອນເຮັດໃຫ້ຄອບຄົວຂອງລຸງດີຂຶ້ນຕາມລໍາດັບ ສາມາດສ້າງເຮືອນຢູ່ຖາວອນ, ມີເງິນສົ່ງລູກຫຼານຮຽນຕໍ່, ມີເງິນແຮໄວ້ໃຊ້ໃນຍາມຈໍາເປັນ.

ລຸງບຸນທ່ຽງ ກ່າວຕື່ມວ່າ: ໃນຕໍ່ໜ້າຄອບຄົວຂອງລຸງຍັງຈະໄດ້ພ້ອມໃຈກັນຂະຫຍາຍສວນຊາອອກຕື່ມ 2 – 3 ເຮັກຕາ ພ້ອມທັງຈະອະນຸຮັກຕົ້ນຊາພັນພື້ນເມືອງດີໆໄວ້ ເຮັດແນວພັນເພື່ອປູກໃນປີຕໍ່ໆໄປ ແລະ ຄາດວ່າປີຕໍ່ໄປຄອບຄົວຂອງລຸງຈະມີລາຍຮັບຈາກການຂາຍຊາ, ຂາຍສັດ, ຂາຍເຄື່ອງປ່າຂອງດົງ ແລະ ບໍລິການຄ້າຂາຍຍ່ອຍ ທັງໝົດ 100 ລ້ານກີບຂຶ້ນໄປ.

[ ຂ່າວ: ບຸນທີ ]