ຂໍ້ຫ້າມ 3 ຂໍ້ ປ້ອງກັນການແບ່ງປັນຂໍ້ມູນທີ່ບໍ່ເປັນຄວາມຈິງເທິງອອນລາຍ

183

ການແບ່ງປັນຂໍ້ມູນ ຫຼື ແຊຣ໌ ຂໍ້ມູນປອມ, ເລື່ອງໃສ່ຮ້າຍປ້າຍສີ ຫຼື ຂໍ້ຄວາມສ້າງແຮງບັນດານໃຈທີ່ອ້າງອີງບຸກຄົນມາຜິດໆ ອາດເຮັດໃຫ້ເກີດ ຄວາມເສຍຫາຍກັບສັງຄົມແວດລ້ອມຫຼາຍກວ່າທີ່ຄິດ ແລະ ຜູ້ຊ່ຽວຊານດ້ານສື່ຢ້ຳວ່າການປ້ອງກັນທີ່ດີສຸດຕ້ອງເລີ່ມຈາກຜູ້ໃຊ້ສື່.

ຜູ້ຊ່ຽວຊານດ້ານສື່ສານມວນຊົນລະບຸວ່າ: ຂໍ້ມູນທີ່ເຜີຍແຜ່ໃນສື່ສັງຄົມອອນລາຍຕ່າງໆ ສ່ວນໃຫຍ່ບໍ່ໄດ້ມາຈາກແຫຼ່ງອ້າງອີງທີ່ເຊື່ອຖືໄດ້, ແຕ່ມັກຈະມາຈາກໝູ່ເພື່ອນ, ຄົນຮູ້ຈັກ ຫຼື ບຸກຄົນມີຊື່ສຽງທີ່ອາດຈະບໍ່ໄດ້ມີ ຄວາມຮູ້ເທົ່າທັນສື່. ແຕ່ຂໍ້ຫ້າມພຽງບໍ່ຈັກຂໍ້ຈະຊ່ວຍໃຫ້ຜູ້ໃຊ້ສື່ອອນລາຍລອດພົ້ນຈາກການແຊຣ໌ຂໍ້ມູນປອມ ຫຼື ຂໍ້ມູນໃສ່ຮ້າຍປ້າຍສີຜູ້ອື່ນໄດ້.

ຂໍ້ຫ້າມທີ 1: ບໍ່ມີລິ້ງຢ່າກົດແຊຣ໌

ກວ່າເຄິ່ງໜຶ່ງຂອງຂໍ້ມູນທີ່ບໍ່ມີລິ້ງກັບໄປຍັງຕົ້ນຕໍ ມັກຈະເປັນ “ ຂ່າວປອມ ” ແຕ່ຂໍ້ມູນທີ່ມີລິ້ງແນບມາດ້ວຍ ກໍບໍ່ແມ່ນວ່າຈະເປັນຄວາມຈິງຮ້ອຍເປີເຊັນ ແຕ່ຕ້ອງກັບໄປເບິ່ງຍັງລິ້ງຂ່າວຕົ້ນຕໍວ່າມີ ຄວາມໜ້າເຊື່ອຖື ຫຼື ບໍ່? ເພາະປັດຈຸບັນນີ້ມີເວັບໄຊລຽນແບບສຳນັກຂ່າວ ຫຼື ມີການແອບອ້າງຕົວເປັນບຸກຄົນອື່ນໆຢູ່ເຕັມ. ສະນັ້ນ, ຖ້າບໍ່ມີຂໍ້ມູນຈາກແຫຼ່ງອື່ນ ກໍໃຫ້ສັນນິຖານວ່າເປັນຂໍ້ມູນໜ້າສົງໄສທີ່ຍັງບໍ່ຄວນແຊຣ໌ຕໍ່.

ຂໍ້ຫ້າມທີ 2: ສິ່ງທີ່ເຮົາມັກອາດບໍ່ແມ່ນສິ່ງທີ່ຄວນເຊື່ອ.

ນັກເສດຖະສາດໄດ້ຊີ້ໃຫ້ເຫັນວ່າຄົນສະຫຼາດກໍພາດໄດ້ ໂດຍສະເພາະການແຊຣ໌ ສິ່ງທີ່ຕົວເອງຖືກໃຈໃນສື່ອອນລາຍ ແຕ່ເມື່ອແຊຣ໌ຂ່າວ ຫຼື ຂໍ້ມູນໄປແລ້ວ ຊໍ້າຜັດສົ່ງຜົນກະທົບຕໍ່ຊື່ສຽງ ແລະ ຄວາມໜ້າເຊື່ອຖື ເພາະສິ່ງທີ່ແຊຣ໌ເປັນຂ່າວປອມ ຫຼື ຂໍ້ມູນລວງ, ຄວາມຜິດພາດເຫຼົ່ານີ້ເກີດຂຶ້ນໄດ້ງ່າຍໆ ເພາະຜູ້ໃຊ້ສື່ຈຳນວນຫຼາຍມັກຈະລືມໄປວ່າ ລະບົບຈັດການສື່ສັງຄົມອອນລາຍຈະປະມວນຈາກພຶດຕິກຳການໃຊ້ງານຂອງເຮົາເອງ, ສິ່ງທີ່ເຮົາມັກ ຫຼື ມັກຈະມີປະຕິສຳພັນນຳຈະປາກົດໃຫ້ເຫັນເປັນອັນດັບທຳອິດ; ເຊັ່ນດຽວກັບຄົນໃນແວດວົງທີ່ເຮົາຕັ້ງຄ່າໃຫ້ເປັນອັນດັບທຳອິດ ກໍມັກຈະເປັນບຸກຄົນທີ່ຄິດເຫັນ ຫຼື ສົນໃຈໃນເລື່ອງດຽວກັນກັບເຮົາ.

ຂໍ້ຫ້າມທີ 3: ຄິດກ່ອນແຊຣ໌ຈະປອດໄພກວ່າ.

ກ່ອນຈະແຊຣ໌ຄວນຢຸດຄິດຈັກໜ້ອຍ ” ແລ້ວຖາມຕົວເອງອີກຄັ້ງວ່າ ” ແຊຣ໌ຂໍ້ມູນນີ້ແລ້ວໄດ້ຫຍັງ ແລະ ຖ້າບໍ່ແຊຣ໌ ແລ້ວຈະເປັນແນວໃດ? “. ຖ້າຂໍ້ມູນທີ່ຢາກແຊຣ໌ບໍ່ມີທີ່ມາທີ່ໜ້າເຊື່ອຖືກໍບໍ່ຄວນແຊຣ໌ ໂດຍສະເພາະຂໍ້ມູນທີ່ຖືກໃຈແຕ່ກວດສອບບໍ່ໄດ້ ຫຼື ຂໍ້ມູນທີ່ເພື່ອນໃນສື່ອອນລາຍແຊຣ໌ ກັນເປັນຈຳນວນຫຼາຍ.

ການແຊຣ໌ໂດຍອາໄສປະຕິກິລິຍາອັດຕະໂນມັດອາດເຮັດໃຫ້ເກີດຜົນເສຍຕາມມາໄດ້ ເພາະຖ້າສິ່ງທີ່ແຊຣ໌ເປັນຂໍ້ມູນປອມ ຫຼື ຂໍ້ມູນທີ່ເປັນການໃສ່ຮ້າຍປ້າຍສີ ອາດເຮັດໃຫ້ຜູ້ຖືກພາດພິງເສຍຫາຍ ແລະ ຜູ້ແຊຣ໌ຂໍ້ມູນອາດມີຄວາມຜິດ.

ສິ່ງທີ່ຕ້ອງເຮັດເມື່ອຈຳແນກໄດ້ວ່າສິ່ງທີ່ເຜີຍແຜ່ໃນສື່ອອນລາຍບໍ່ແມ່ນເລື່ອງຈິງ ກໍຄືການບອກກ່າວ ຫຼື ເຕືອນຄົນໃນເຄືອຂ່າຍທີ່ເຮົາມີປະຕິສຳພັນນຳໃຫ້ໄດ້ຮັບຮູ້ຂໍ້ເທັດຈິງ. ເຖິງແມ່ນວ່າບາງຄົນຈະຍັງເລືອກເຊື່ອສິ່ງທີ່ເຂົາຢາກຈະເຊື່ອ ແຕ່ຢ່າງໜ້ອຍກໍຈະມີການບັນທຶກໄວ້ວ່າຂໍ້ມູນເລື່ອງໃດແດ່ທີ່ບໍ່ແມ່ນເລື່ອງແທ້ ເພື່ອຫຼຸດໂອກາດທີ່ຈະມີຜູ້   ແຊຣ໌ຂໍ້ມູນດັ່ງກ່າວຕໍ່ໃນອະນາຄົດ.

ທີ່ມາ: www.ICT.CO.TH