ເບິ່ງຂໍ້ຫ້າມ ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ

102

ອຳນາດການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຈົ້າພາບໃນການຈັດງານບຸນຊ່ວງເຮືອທ່າວັດຈັນ ໄດ້ອອກຂໍ້ຫ້າມ ໃນງານບຸນຊ່ວງເຮືອທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ   ປະຈຳປີ 2020 ຈະຈັດຂຶ້ນລະ ຫວ່າງວັນທີ 1 – 3 ຕຸລາ 2020 ເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບຮອບດ້ານໃນງານດັ່ງກ່າວ.

ສຳລັບຂໍ້ຫ້າມ ປະກອບມີ:

ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດກົດໝາຍຂອງ ສປປ ລາວ.

ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ, ມີດ, ງ້າວ, ໜ້າເກັກ, ກະຖຸນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆເຂົ້າໄປໃນງານເດັດຂາດ.

ຫ້າມນຳເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດທຸກຊະນິດເຂົ້າມາງານເດັດຂາດ.

ຫ້າມເອົາສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ, ບັ້ງກະໂພກເຂົ້າມາຈຸດ ແລະ ວາງຂາຍໃນງານເດັດຂາດ.

ຫ້າມນຳເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື ເຄື່ອງນຸ່ງລາວມາຂາຍ – ຈຳໜ່າຍພາຍໃນງານເດັດຂາດ.

ຫ້າມວາງຂາຍເຄື່ອງ ແລະ ນໍາເອົາເຄື່ອງສຽງອອກມາໂຄສະນາສິນຄ້າຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ກຳມະການຈັດງານກໍານົດໃຫ້.

ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນ, ວັດທະນະທຳລາມົກ ໂດຍສະເພາະແຜ່ນຊີດີ, ດີວີດີ ລາມົກ ແລະ ຮູບພາບລາມົກຕ່າງໆມາວາງຂາຍເດັດຂາດ.

ຫ້າມຫຼິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດ.

ຫ້າມຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະກຳມະການຈັດງານຕະຫຼາດນັດເດັດຂາດ.

ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າລະເມີດຈະຖືກເຈົ້າໜ້າທີ່ກ່າວຕັກເຕືອນ ຫຼື ນໍາໄປພັກຜ່ອນໄວ້ກ່ອນ.

ຫ້າມບຸກຄົນ, ນິຕິບຸກຄົນ, ສຳນັກງານ, ອົງການປົກຄອງບ້ານ, ກີດຂວາງການຈັດສັນສະຖານທີ່ວາງສະແດງສິນຄ້າຂອງຄະນະກຳມະການຈັດງານຕະຫຼາດນັດ.

ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆໃສ່ພື້ນທີ່ເດັດຂາດ.

ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ.

ຫ້າມບໍ່ໃຫ້ຜູ້ສໍາປະທານສະຖານທີ່ງານບຸນ ມອບສະຖານທີ່ໃຫ້ແກ່ຜູ້ສໍາປະທານອື່ນຈັບຈອງຕໍ່ເດັດຂາດ.

ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ.

ສຳລັບກິດຈະກຳການແຂ່ງຂັນກີລາຊ່ວງເຮືອ ແມ່ນຈັດຢູ່ທີ່ທ່າວັດຈັນ ເມືອງຈັນທະບູລີ, ຈຸດປ່ອຍເຮືອແມ່ນເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ລົງໄປຫາຜາມໄຊ ໜ້າວັດຈັນ.

( ທີ່ມາ: ວຽງຈັນທາຍ )