ສານສະຫະລັດ ສັ່ງໂຈະຫ້າມໃຊ້ແອັບຕິກຕ໊ອກ

118

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສານຍຸຕິທຳໃນນະຄອນຫຼວງວໍຊິງຕັນ ໄດ້ສັ່ງໂຈະຄຳສັ່ງຝ່າຍບໍລິຫານຂອງປະທານາທິບໍດີ ໂດນັນ ທຣຳ ທີ່ຫ້າມໃຊ້ງານແອັບຕິກຕ໊ອກ( TikTok ) ຈາກການດາວໂຫຼດໃນແອັບສະຕໍ ຂອງບໍລິສັດແອັບເປິລ ແລະ ກູເກິລ.

ກ່ອນໜ້ານີ້ກະຊວງການຄ້າຂອງສະຫະລັດ ໄດ້ອອກຄຳສັ່ງໃນນາມເຈົ້າໜ້າທີ່ຝ່າຍບໍລິຫານຂອງປະທານາທິບໍດີ ໂດນັນ ທຣຳ ທີ່ຫ້າມດາວໂຫຼດແອັບຕິກຕ໊ອກຜ່ານແອັບເປິລ ແລະ ກູເກິລ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 28 ກັນຍາເປັນຕົ້ນໄປ.

ທ່ານ ຄາຣ ນິໂຄ ຜູ້ພິພາກສາສານໃນນະຄອນຫຼວງວໍຊິງຕັນ ກ່າວວ່າ: ສານນະຄອນຫຼວງວໍຊິງຕັນ ໄດ້ເຮັດໜ້າທີ່ໄຕ່ສວນຄຳຮ້ອງຟ້ອງຂອງ ຕິກຕ໊ອກ ເພື່ອຄັດຄ້ານຄຳສັ່ງຫ້າມໃຊ້ແອັບຕິກຕ໊ອກຂອງປະທານາທິບໍດີ ທຣຳ ແລະ ສານໄດ້ມີຄຳພິພາກສາວ່າໃຫ້ໂຈະຄຳສັ່ງຂອງ ທຣຳ ໄວ້ຊົ່ວຄາວ.

ກ່ອນໜ້ານີ້ ບໍລິສັດໄບແດັນ ໄດ້ຕົກລົງຂາຍຫຸ້ນຂອງບໍລິສັດໃຫ້ກັບບໍລິສັດຂອງສະຫະລັດອາເມຣິກາ ແຕ່ຜ່ານການເຈລະຈາມາຫຼາຍອາທິດ, ສຸດທ້າຍກໍໄດ້ຕົກລົງວ່າຄວນຕັ້ງບໍລິສັດຮ່ວມຫຸ້ນຂຶ້ນ ໂດຍ ບໍລິສັດ Oracle ແລະ ບໍລິສັດ ວອລມາກ ຂອງສະຫະລັດຖືຫຸ້ນ ປະມານ 20% ສ່ວນບໍລິສັດໄບແດັນ ຖືຫຸ້ນ 80% ໃນບໍລິສັດໃໝ່ຂອງ ຕິກຕ໊ອກ.