ເຂື່ອນໄຟຟ້າເຊລະນອງ 1 ທົດລອງຜະລິດກະແສໄຟຟ້າ

322

ເຂື່ອນໄຟຟ້າເຊລະນອງ 1 ທີ່ມີກໍາລັງການຜະລິດ 70 MW, ຕົວເຂື່ອນສາມາດບັນຈຸນ້ຳໄດ້ 284 ລ້ານແມັດກ້ອນ, ສາມາດຜະລິດໄຟຟ້າໄດ້ 2.669 Kw/h. ມາຮອດປັດຈຸບັນການກໍ່ສ້າງໄດ້ສຳເລັດໄປໂດຍພື້ນຖານ ແລະ ໄດ້ເລີ່ມທົດລອງທຳການຜະລິດໄປສ່ວນໜຶ່ງ.

ເມື່ອມໍ່ໆມານີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ – ບໍ່ແຮ່ ແລະ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ລົງຕິດຕາມສະພາບການເຄື່ອນໄຫວ, ການຜະລິດໄຟຟ້າ ແລະ ຕິດຕາມຊີວິດການເປັນຢູ່ຂອງປະຊາຊົນທີ່ຍົກຍ້າຍບ້ານ ຈາກການສ້າງເຂື່ອນໄຟຟ້າເຊລະນອງ 1 ເມືອງນອງ ແຂວງສະຫວັນນະເຂດ.

ທ່ານ ເສີນ ບາວ ລອງ ຮອງຜູ້ອຳນວຍການໃຫຍ່ຝ່າຍຈີນ ໄດ້ລາຍງານໃຫ້ຮູ້ວ່າ: ເຂື່ອນໄຟຟ້າເຊລະນອງ 1 ແມ່ນເຂື່ອນໄຟຟ້າຂະໜາດໃຫຍ່ແຫ່ງທຳອິດ ໃນແຂວງສະຫວັນນະເຂດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2018, ມີກຳລັງການຜະລິດຂະໜາດ 70 MW, ຕົວເຂື່ອນສາມາດບັນຈຸນ້ຳໄດ້ 284 ລ້ານແມັດກ້ອນ, ສາມາດຜະລິດໄຟຟ້າໄດ້ 2.669 Kw/h.

ມາຮອດປັດຈຸບັນການກໍ່ສ້າງໄດ້ສຳເລັດໂດຍພື້ນຖານ ແລະ ໄດ້ເລີ່ມທົດລອງທຳການຜະລິດໄປສ່ວນໜຶ່ງ. ສິ່ງສຳຄັນກໍແມ່ນການຍົກຍ້າຍປະຊາຊົນ ໂດຍມີບ້ານທີ່ຖືກຜົນກະທົບ 2 ບ້ານ ຈຳນວນ 88 ຫຼັງຄາເຮືອນ, ໃນນັ້ນມີບ້ານລອຍນ້ຳ 32 ຫຼັງຄາເຮືອນ ແລະ ບ້ານລະເບົານ້ຳ 56 ຫຼັງຄາເຮືອນ ເຊິ່ງປັດຈຸບັນທາງບໍລິສັດ ກໍຄືໂຄງການເຂື່ອນໄຟຟ້າເຊລະນອງ 1 ໄດ້ມີການຈັດຫາສະຖານທີ່, ບຸກເບີກເສັ້ນທາງ, ປຸກສ້າງເຮືອນຢູ່, ຈັດສັນພື້ນທີ່ທຳການຜະລິດ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອທົດແທນໃຫ້ປະຊາຊົນທີ່ຖືກຍົກຍ້າຍ ຈຳນວນ 2 ຕື້ ກວ່າກີບ, ນອກຈາກໄດ້ຊົດເຊີຍຜົນກະທົບທີ່ຖືກເສຍຫາຍໂດຍກົງແລ້ວ ທາງບໍລິສັດຜູ້ພັດທະນາໂຄງການຍັງໄດ້ສະໜັບສະໜູນ ແລະ ຕອບສະໜອງທາງດ້ານສະບຽງອາຫານ, ຮັບປະກັນການດຳລົງຊີວິດໃຫ້ປະຊາຊົນໃນໄລຍະຂ້າມຜ່ານ ພາຍໃນ 3 ປີ ໂດຍໄດ້ຕອບສະໜອງເຂົ້າກິນ, ທາດຊີ້ນ, ທາດປາ, ອຸປະກອນເຄື່ອງມືການຜະລິດ ລວມທັງການສ້າງອາຊີບໃຫ້ປະຊາຊົນຕື່ມອີກດ້ວຍ.

ໃນການລົງຕິດຕາມຂອງຄະນະນຳຂັ້ນສູງໃນຄັ້ງນີ້ ບັນດາທ່ານຍັງໄດ້ແນະນຳໃຫ້ບໍລິສັດ ກໍຄືໂຄງການຈົ່ງໄດ້ເອົາໃຈໃສ່ໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍສະເພາະບັນຫານ້ຳໃຊ້, ນ້ຳດື່ມ, ລະບົບນ້ຳທຳການຜະລິດ ແລະ ອື່ນໆ. ຈາກນັ້ນ, ກໍຕ້ອງໄດ້ເກັບກຳຜົນເສຍຫາຍຈາກນ້ຳຖ້ວມ ເປັນຕົ້ນ: ເນື້ອທີ່ທຳການຜະລິດ, ຜົນລະປູກທີ່ຖືກນ້ຳຖ້ວມ.

ໂອກາດດັ່ງກ່າວ, ທາງຄະນະນຳຍັງໄດ້ລົງເບິ່ງສະພາບຕົວຈິງຂອງບ້ານ, ເບິ່ງຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງໄດ້ຖາມໄຖ່ຈາກການດຳລົງຊີວິດຢູ່ບ່ອນໃໝ່ ເຫັນວ່າປະຊາຊົນສ່ວນໃຫຍ່ກໍມີ ຄວາມເພິ່ງພໍໃຈ ແຕ່ກໍປາສະຈາກບໍ່ໄດ້ຕໍ່ຄວາມບໍ່ພໍໃຈຂອງປະຊາຊົນພຽງໜ້ອຍໜຶ່ງ. ໃນນັ້ນ, ຄະນະກຳມະການຈັດສັນກໍໄດ້ລົງຕິດຕາມແກ້ໄຂໄປແຕ່ລະກ້າວ.