ເສດຖະກິດແຂວງໄຊສົມບູນ ຂະຫຍາຍຕົວ 3%

203

9 ເດືອນຜ່ານມາ ເສດຖະກິດແຂວງໄຊສົມບູນ ຂະຫຍາຍຕົວ 3% ລວມຍອດຜະລິດຕະພັນພາຍໃນບັນລຸ 508,27 ຕື້ກີບ ທຽບໃສ່ແຜນບັນລຸ 45% ສະເລ່ຍໃສ່ຫົວຄົນໄດ້ 5,2 ລ້ານ ກວ່າກີບ ຫຼື ເທົ່າກັບ 584 ໂດລາສະຫະລັດ.

ອົງການປົກຄອງ ແຂວງໄຊສົມບູນ ຈັດກອງປະຊຸມສະຫຼຸບປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2020 ໃນວັນທີ 23 ກັນຍາ 2020 ທີ່ສະໂມສອນໃຫຍ່ເມືອງອະນຸວົງ ໂດຍການເປັນປະທານຂອງ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ມີຮອງເຈົ້າແຂວງ, ປະທານສະພາປະຊາຊົນ  ແຂວງ, ເຈົ້າເມືອງອະນຸວົງ ພ້ອມດ້ວຍຫົວໜ້າພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ມີຄໍາເຫັນຊີ້ນໍາ ແລະ ກ່າວເປີດກອງປະຊຸມ ເຊິ່ງກອງປະຊຸມໃນຄັ້ງນີ້ຈະໄດ້ສະຫຼຸບ  ຕີລາຄາການຈັດຕັ້ງວຽກງານຮອບດ້ານຂອງອົງການປົກຄອງ ແຂວງ ໃນໄລຍະ 9 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນ ທ້າຍປີ 2020 ພ້ອມທັງປຶກສາຫາລືຄົ້ນຄວ້າບັນດາໜ້າວຽກຮອບດ້ານເສດຖະກິດມະຫາພາກຂອງແຂວງໄດ້ຂະຫຍາຍຕົວໃນລະດັບ 3% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 508,27 ຕື້ກີບ ທຽບໃສ່ແຜນບັນລຸ    45% ສະເລ່ຍໃສ່ຫົວຄົນໄດ້ 5.271.120 ກີບ ຫຼື ເທົ່າກັບ 584 ໂດລາສະຫະລັດ.

ໃນນັ້ນ, ຂະແໜງກະສິກໍາບັນລຸ 277,98 ຕື້ກີບ ຂະຫຍາຍຕົວ 4,7% ກວມເອົາ 54,7% ຂອງ GDP, ຂະແໜງອຸດສາຫະກໍາບັນລຸ 92,98 ຕື້ກີບ ຂະຫຍາຍຕົວ 0,6% ກວມເອົາ 18,3% ຂອງ GDP, ຂະແໜງບໍລິຫານບັນລຸ 137,29 ຕື້ກີບ ຂະຫຍາຍຕົວ 1,3% ກວມເອົາ 27% ຂອງ GDP.

ໄດ້ກວດກາເອກະສານສັນຍາ ແລະ ການອະນຸມັດຈ່າຍງົບປະມານໂຄງການລົງທຶນຂອງລັດຖືກຕາມລະບຽບກົດໝາຍ ແລະ ລະບຽບການໄດ້ 75 ໂຄງການ. ພ້ອມນັ້ນ, ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ການຮຽນ – ການສອນເປັນປົກກະຕິ ອັດຕາເຂົ້າຮຽນຂອງເດັກກ່ອນໄວຮຽນແມ່ນຈັດຕັ້ງປະຕິບັດໄດ້ລື່ນຄາດໝາຍ, ໄດ້ເອົາໃຈໃສ່ປັບປຸງ ແລະ ຍົກສູງຄຸນນະພາບປິ່ນປົວສຸຂະພາບຢູ່ໂຮງໝໍແຂວງ, ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ. ໃນທົ່ວແຂວງມີບ້ານວັດທະນະທໍາທັງໝົດ 59 ບ້ານ, ຄອບຄົວວັດທະນະທໍາ ມີ 9.879 ຄອບຄົວ, ມີນັກທ່ອງທ່ຽວເຂົ້າມາທ່ຽວ 8.725 ຄົນ ຍິງ 1.036 ຄົນ.

( ຂໍ້ມູນ – ຮູບ: ນາງ ຕູດ ຄໍາພໍໃຈ )