ເຜີຍແຜ່ນິຕິກຳການນຳໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງລາຍຮັບງົບປະມານແຫ່ງລັດ

265

ຫ້ອງການ – ການເງິນເມືອງກາສີ ແຂວງວຽງຈັນ ໄດ້ເຜີຍ ແຜ່ການຈັດຕັ້ງຜັນຂະຫຍາຍ   ການນຳໃຊ້ລະບົບທັນສະໄໝ ( TaxRis ) ເຂົ້າໃນການຄຸ້ມຄອງລາຍຮັບງົບປະມານແຫ່ງລັດ ຂຶ້ນໃນວັນທີ 24 ກັນຍາ 2020 ເປັນປະທານຂອງ ທ່ານ ສີທົນ ແສງພະຈັນ ເຈົ້າເມືອງກາສີ, ທ່ານ ຄຳເຫຼັກ ທອງສະຫວັນ ຫົວໜ້າພະແນກການເງິນແຂວງ ວຽງຈັນ ພ້ອມດ້ວຍພະນັກງານກ່ຽວຂ້ອງ.

ທ່ານ ຂັນທອງ ພະລະຄອນ ຫົວໜ້າສ່ວຍສາອາກອນ ແຂວງ ວຽງຈັນ ໄດ້ຂຶ້ນຜ່ານເນື້ອໃນເອກະສານບາງນິຕິກຳ ແລະ ມີຄຳເຫັນຕໍ່ກັບການຫັນວຽກງານສ່ວຍສາອາກອນ ໃຫ້ເຂົ້າສູ່ລະບົບທັນສະໄໝ ( TaxRis ) ເຊິ່ງໃນໄລຍະຜ່ານມາຂະແໜງສ່ວຍສາອາກອນ ແມ່ນໄດ້ຮັບການພັດທະນາໃຫ້ມີຄວາມເຂັ້ມແຂງ ເພື່ອຮັບປະກັນໃຫ້ແກ່ວຽກງານຈັດເກັບລາຍຮັບສ່ວຍສາອາກອນໃຫ້ມີປະສິດທິຜົນ ແລະ ສາມາດຄຸ້ມຄອງຕິດ   ຕາມ – ກວດກາໄດ້ຢ່າງຕໍ່ເນື່ອງ, ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ຫຼຸດຜ່ອນຫາງສຽງຈົ່ມວ່າຂອງສັງຄົມຕໍ່ກັບເຈົ້າໜ້າທີ່ສ່ວຍສາອາກອນ.

ດັ່ງນັ້ນ, ກະຊວງການເງິນ ( ກົມສ່ວຍສາອາກອນ ) ຈຶ່ງໄດ້ລົງທຶນຢ່າງມະຫາສານໃນການຕິດຕັ້ງ ແລະ ນຳໃຊ້ລະບົບ ( lT ) ເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງລາຍຮັບງົບປະມານແຫ່ງລັດ ດ້ວຍການນຳໃຊ້ລະບົບ ( TaxRis ), ຜ່ານມາແມ່ນໄດ້ໃຊ້ລະບົບ ( TMlS ) ເລີ່ມມາແຕ່ປີ 2016 ມາຮອດ 2018 ຈຶ່ງປ່ຽນມານຳໃຊ້ລະບົບ ( TaxRis ) ທີ່ທັນສະໄໝກວ່າເກົ່າ, ປີ 2019 ໄດ້ຂະຫຍາຍໄປເມືອງວັງວຽງ ແລະ ປີ 2020 ແມ່ນຈະໄດ້ຂະຫຍາຍຕື່ມອີກ 4 ເມືອງຄື: ເມືອງທຸລະຄົມ, ແກ້ວອຸດົມ, ໂພນໂຮງ ແລະ ເມືອງກາສີ.

( ຮູບ – ຂ່າວ: ເມືອງກາສີ )