ຫາລືການສົ່ງເສີມການດໍາເນີນທຸລະກິດໃນນະຄອນຫຼວງວຽງຈັນ ໃຫ້ຖືກລະບຽບ

140

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ( ອຄ.ນວ ) ຈັດກອງປະຊຸມປຶກສາຫາລືໃນການດໍາເນີນທຸລະກິດໃນນະຄອນຫຼວງວຽງຈັນ ໃຫ້ມີຄວາມເປັນເອກະພາບກັນ ໂດຍສະເພາະແມ່ນການອະນຸຍາດການດໍາເນີນທຸລະກິດ ແລະ ສ້າງຄວາມຮັບຮູ້ດ້ານລະບຽບການໃຫ້ຜູ້ປະກອບການ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນວັນທີ 25 ກັນຍາ 2020 ທີ່ພະແນກ ອຄ.ນວ ເປັນປະທານຂອງ ທ່ານ ວັນນະມີ ພິມມະສານ ຫົວໜ້າພະແນກ ອຄ.ນວ; ມີເຈົ້າໜ້າທີ່ຂະແໜງການຄ້າ ແລະ ພາກທຸລະກິດເຂົ້າຮ່ວມ.

ທ່ານ ນາງ ວັນມະນີ ພິມມະສານ ກ່າວວ່າ: ກອງປະຊຸມດັ່ງກ່າວເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃນການປະຕິບັດຕົວຈິງ ກ່ຽວກັບການອອກໃບອະນຸຍາດການດໍາເນີນທຸລະກິດໃນກິດຈະກໍາການຄ້າພາຍໃນທີ່ເປັນເອກະພາບກັນໃນຂອບເຂດທົ່ວປະເທດເວົ້າລວມ, ເວົ້າສະເພາະໃນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ ແລະ ເພື່ອໃຫ້ສອດຄ່ອງກັບຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນວິສາຫະກິດ ເລກທີ 0023/ອຄ.ກທຄວ ລົງວັນທີ 9 ມັງກອນ 2019 ແລະ ຂໍ້ຕົກລົງວ່າດ້ວຍການຮັບຮອງກິດຈະການອຸດສາຫະກຳ ແລະ ການຄ້າ ທີ່ຕ້ອງອອກອະນຸຍາດດໍາເນີນທຸລະກິດ ສະບັບເລກທີ 044/ອຄກທຄວ ລົງວັນທີ 18 ມັງກອນ 2019 ແລະ ທິດຊີ້ນໍາຂອງລັດຖະມົນຕີກະຊວງ ອຄ ຄັ້ງວັນທີ 1 ກຸມພາ 2019.

ສະເພາະພະແນກ ອຄ.ນວ ກໍເພື່ອແນໃສ່ປະຕິບັດວຽກງານ 6 ສ ຂອງນະຄອນຫຼວງ ວຽງຈັນ ເພື່ອຕ້ອນຮັບກອງປະຊຸມ     ໃຫຍ່ຂອງພັກ ແລະ ວັນສໍາຄັນຂອງຊາດ, ຄຸ້ມຄອງ ແລະ ຈັດສັນການຄ້າທີ່ບໍ່ຖືກລະບຽບ, ເລັ່ງໃສ່ການຜະລິດສິນຄ້າໃຫ້ມີຜະລິດຕະພັນປ້ອນຕະຫຼາດ ແລະ ສູນການຄ້າ ລວມທັງການປູກຈິດສໍານຶກການຊົມໃຊ້ຜະລິດຕະພັນພາຍໃນໃຫ້ເພີ່ມຂຶ້ນ ເພື່ອສົ່ງເສີມ ແລະ ຂະຫຍາຍຖານການຜະລິດໃຫ້ເຂັ້ມແຂງ.

ມາຮອດປັດຈຸບັນຕະຫຼາດໃນນະຄອນຫຼວງວຽງຈັນ ມີ 108 ແຫ່ງ, ສູນການຄ້າ 17 ແຫ່ງ, ປໍ້ານໍ້າມັນ 293 ແຫ່ງເຄື່ອນໄຫວປົກກະຕິ ມີ 271 ແຫ່ງ.