ຢັ້ງຢືນຖິ່ນກໍາເນີດຜ້າໄໝຫຼວງພະບາງ

368

ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີມອບໃບຢັ້ງຢືນຖິ່ນກໍາເນີດຜ້າໄໝຫຼວງພະບາງ ໃຫ້ສະມາຄົມສົ່ງເສີມຜ້າໄໝຫຼວງພະບາງ ຢ່າງເປັນທາງການ ໃນວັນທີ 23 ກັນຍາ 2020 ທີ່ນະຄອນຫຼວງພະບາງແຂວງຫຼວງພະບາງ ເຊິ່ງມອບໂດຍ ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຮັບໂດຍຕາງໜ້າສະມາຄົມສົ່ງເສີມຜ້າໄໝຫຼວງພະບາງ ໂດຍໃຫ້ກຽດເປັນສັກຂີພິຍານຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ.

ທ່ານ ນາງ ຂັນລາສີ ແກ້ວບຸນພັນ ກ່າວວ່າ: ການຈົດທະບຽນປົກປ້ອງຖິ່ນກໍາເນີດຜ້າໄໝຫຼວງພະບາງ ກໍແມ່ນເພື່ອປົກປ້ອງຊື່ສຽງຂອງຜ້າໄໝຫຼວງພະບາງ ທັງເປັນການປົກປ້ອງພູມປັນຍາຊຸມຊົນໃນທ້ອງຖິ່ນແບບດັ້ງເດີມ ທີ່ສືບທອດມໍລະດົກມາຈາກບັນພະບຸລຸດໄດ້ຫຼາຍເຊັ່ນຄົນ.

ການມອບໃບຢັ້ງຢືນຖິ່ນກໍາເນີດຜ້າໄໝຫຼວງພະບາງຄັ້ງນີ້ ຈະເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກະລັກຂອງຜ້າໄໝຫຼວງພະບາງໄວ້ ພາຍຫຼັງການຈົດທະບຽນ ແລະ ຈະມີການກວດກາທຸກຂັ້ນຕອນການຜະລິດ ໂດຍສະມາຄົມສົ່ງເສີມຜ້າໄໝຫຼວງພະບາງຢ່າງເປັນລະບົບຄົບຊຸດ ໂດຍຈະຢັ້ງຢືນ ຄວາມຖືກຕ້ອງຕາມເອກະສານຄຸນລັກສະນະສະເພາະຂອງຜ້າໄໝຫຼວງພະບາງ ຈາກໜ່ວຍງານຢັ້ງຢືນພາຍໃນປະເທດ ຫຼື ສາກົນ. ນອກຈາກນັ້ນ, ການຈົດທະບຽນປົກປ້ອງຖິ່ນກໍາເນີດຍັງຈະເຮັດໃຫ້ຜ້າໄໝຫຼວງພະບາງ ມີມູນຄ່າເພີ່ມສູງຂຶ້ນ ເນື່ອງຈາກຜ້າໄໝຫຼວງພະບາງ ຈະຕ້ອງໄດ້ຜ່ານການກວດກາຕາມຂັ້ນຕອນການຜະລິດທີ່ກໍານົດໄວ້ ແລະ ໄດ້ຮັບການຢັ້ງຢືນຈາກໜ່ວຍງານທີ່ກ່ຽວຂ້ອງທີ່ໄດ້ຮັບຮອງຕາມມາດຕະຖານສາກົນທີ່ຄຸ້ມຄອງ ໂດຍກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງຈະສາມາດຕິດກາໝາຍຖິ່ນກໍາເນີດແຫ່ງຊາດ ແລະ ວາງຈໍາໜ່າຍໃນທ້ອງຕະຫຼາດ ຫຼື ສົ່ງອອກໄປຕ່າງປະເທດໄດ້ ເພື່ອເປັນການຮັບປະກັນຕໍ່ຜູ້ບໍລິໂພກວ່າເປັນສິນຄ້າມີຄຸນນະພາບທີ່ເປັນເອກະລັກ ແລະ ແຫຼ່ງທີ່ມາທີ່ແທ້ຈິງຂອງສິນຄ້າ.

[ ຂ່າວ – ຮູບ: ບາລະຄອນ ສຸວັນນະພາສີ ]