ດີພີແອວ ເດີນໜ້າຂະຫຍາຍຄູ່ຮ່ວມທຸລະກິດສົ່ງເສີມດ້ານການປະກັນໄພສູ່ສັງຄົມ

235

ໃນຕອນເຊົ້າຂອງວັນທີ 25 ກັນຍາ 2020 ທີ່ ບໍລິສັດ ພົງສະຫວັນປະກັນໄພ(ເອພີເອ) ໄດ້ມີພິທີລົງນາມເຊັນສັນຍາຄູ່ຮ່ວມທຸລະກິດລະຫວ່າງ ບໍລິສັດ ດີພີແອວ ໂບຼກເກີ ລາວ ຈຳກັດຜູ້ດຽວ ແລະ ບໍລິສັດ ພົງສະຫວັນປະກັນໄພ(ເອພີເອ) ຕາງໜ້າໂດຍ ທ່ານ ນາງພິດສະໃໝ ຫຼວງລາດ ຜູ້ອຳນວຍການ ບໍລິສັດ ດີພີແອວ ໂບຼກເກີ ລາວ ຈຳກັດຜູ້ດຽວ ແລະ ທ່ານ ພົງສຸທິ ອິນຄຳເຮື່ອງ ຜູ້ບໍລິຫານລະດັບສູງຝ່າຍຂາຍ ບໍລິສັດ ພົງສະຫວັນປະກັນໄພ(ເອພີເອ) ພ້ອມດ້ວຍທີມງານທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງການຮ່ວມມືໃນຄັ້ງນີ້ແມ່ນເພື່ອສົ່ງເສີມເຜີຍແຜ່ຂໍ້ມູນດ້ານການປະກັນໄພໃຫ້ກັບສັງຄົມລາວສົ່ງເສີມຜັກດັນການຕະຫຼາດ ແລະການຂາຍເພື່ອເປົ້າໝາຍທຸລະກິດເສດຖະກິດ-ສັງຄົມ ໄປພ້ອມໆກັນເພື່ອໃຫ້ຄົນລາວສັງຄົມລາວມີການວາງແຜນການເງິນໃຫ້ແກ່ຄອບຄົວໃຫ້ຄວາມຄຸ້ມຄອງບໍ່ວ່າຈະເປັນການປະກັນໄພດ້ານຊັບສິນສຸຂະພາບ ແລະ ຊີວິດແມ່ນມີຄວາມສຳຄັນ ແລະ ຈຳເປັນຫລາຍດັ່ງນັ້ນທັງສອງຝ່າຍຈຶ່ງໄດ້ຕົກລົງເປັນພັນທະມິດທາງທຸລະກິດເສີມຂະຫຍາຍການບໍລິການ.

ການຮ່ວມມືຄັ້ງນີ້ທັງສອງບໍລິສັດໄດ້ມີຈຸດປະສົງເປັນອັນໜຶ່ງອັນດຽວກັນໃນການທີ່ຈະພັດທະນາສົ່ງເສີມການຕະຫຼາດ ເຜີຍແຜ່ຂໍ້ມູນປະກັນໄພ ແລະ ການຂາຍຮ່ວມກັນ ເຊິ່ງ ບໍລິສັດ ດີພີແອວ ໂບຼກເກີ ລາວ ຈຳກັດຜູ້ດຽວ ກໍມີຄວາມພ້ອມໃນການບໍລິການດ້ານການປະກັນໄພທຸກປະເພດ ໃຫ້ຄຳປຶກສາ ແລະ ຄັດສັນຄວາມຄຸ້ມຄອງທີ່ດີທີ່ສຸດໃຫ້ແກ່ປະຊາຊົນ ແລະ ອົງກອນທຸລະກິດຕ່າງໆ ໃນ ສປປລາວ.