ທ່ານ ນັນຕະໄຊ ອິນທະສອນ ຮັບໜ້າທີ່ເປັນຫົວໜ້າພະແນກສືກສາແຂວງຄຳມ່ວນຄົນໃໝ່

121

ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແຂວງຄຳມ່ວນໄດ້ມີການແຕ່ງຕັ້ງ-ໂຍກຍ້າຍຫົວໜ້າ ແລະຮອງຫົວໜ້າພະແນກສືກສາທິການ ແລະ ກິລາ ພ້ອມມີພິທີມອບ-ຮັບໜ້າທີ່ໃນວັນທີ 25 ກັນຍາ 2020 ນີ້.

ພິທີມອບ-ຮັບໜ້າທີ່ຈັດຂຶ້ນທີ່ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນລະຫວ່າງ ທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ( ຜູ້ເກົ່າ ) ແລະ ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ( ຜູ້ໃໝ່ ). ເປັນກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີໂດຍ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆ ຄຳມ່ວນ, ມີທ່ານໃນຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ແກ້ວ ວົງພະຈັນ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານມະຕິຕົກລົງຂອງທ່ານເຈົ້າແຂວງໆ ຄຳມ່ວນ ວ່າດ້ວຍການຍົກຍ້າຍຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄປຮັບຜິດຊອບໜ້າທີ່ໃໝ່ຢູ່ພະແນກ ການອື່ນ ໂດຍເຫັນດີຍົກຍ້າຍ ທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄປຮັບໜ້າທີ່ໃໝ່ຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.

ແລະທ່ານເຈົ້າ ແຂວງຄຳມ່ວນ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໂດຍເຫັນດີແຕ່ງຕັ້ງ ທ່ານ ນັນຕະໄຊ ອິນທະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຂຶ້ນມາເປັນຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ເພື່ອສືບຕໍ່ປະຕິບັດໜ້າທີ່ ແລະ ຊີ້ນຳໆພາຂົງເຂດວຽກງານສຶກສາໄດ້ເຄື່ອນໄຫວຢ່າງເປັນປົກກະຕິ ທັງນີ້ກໍ່ເພື່ອແນໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ມີປະສິດທິພາບດີຂຶ້ນກວ່າເກົ່າ.