ບໍລິຄຳໄຊສຳເລັດກອງປະຊຸມໃຫຍ່, ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ຮັບເລືອກເປັນເລຂາພັກແຂວງອີກສະໄໝ

427

ກອງ​ປະຊຸມ​ໃຫຍ່ຜູ້ແທນອົງຄະ​ນະ​ພັກ​ແຂວງບໍລິຄຳໄຊ ​ຄັ້ງ​ທີ VII ທີ່​ໄຂ​ຂຶ້ນ​ ໃນຕອນເຊົ້າ​ວັນ​ທີ 24 ກັນຍາ ທີ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ມີຜູ້ແທນ​ສົມບູນ 237 ສະຫາຍ, ຍິງ 26 ສະຫາຍ ທີ່ເປັນ​ຕົວ​ແທນ​ໃຫ້​ແກ່​ສະມາຊິກ​ພັກ​ທັງ​ໝົດ 13.467 ສະຫາຍ, ແລະ ສະຫາຍ  ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ,​ ຄະນະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ເຂົ້າຮ່ວມ ແລະ ໄດ້ອັດລົງດ້ວຍຜົນສຳເລັດໃນຕອນບ່າຍ ຂອງວັນທີ 25 ກັນຍາ 2020​​.

ກອງ​ປະຊຸມ​ໄດ້​ພ້ອມກັນປະກອບ​ຄຳເຫັນ​ຕໍ່​ລາຍ​ງານ​ການ​ເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IV ​ແລະ ບົດ​ສຳ​ຫຼວດການ​ນຳພາ​ລວມຂອງ​ຄະນະບໍລິຫານງານ​ພັກແຂວງຊຸດທີ VI ໂດຍໄດ້​ຕີ​ລາຄາ​ດ້ານ​ດີ, ດ້ານ​ອ່ອນ-ຂໍ້ຄົງຄ້າງ, ສາ​ເຫດ ແລະ ບົດຮຽນ​ການ​ນຳພາ-ຊີ້​ນຳໃນການຈັດ​ຕັ້ງ​ປະຕິບັດ​ບັນດາ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ VI, ພ້ອມ​ນີ້ ຜູ້ແທນກອງປະຊູມຍັງໄດ້ປະຊາມະຕິຮັບຮອງ​ເອົາ​​ທິດທາງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງ​ທີ V ຂອງແຂວງ ແຕ່​ປີ 2021 ຫາ​ປີ 2025 ພາຍໃຕ້ຄໍາຂວັນ: “ເພີ່ມທະວີສ້າງຄວາມເຂັ້ມແຂງການນໍາພາຂອງພັກ ໃຫ້ມີຄຸນນະພາບໃໝ່ ເພື່ອນໍາພາ-ຊີ້ນໍາເຮັດສໍາເລັດໜ້າທີ່ພັດທະນາແຂວງຢ່າງໜັກແໜ້ນ” ໂດຍ​ສືບຕໍ່ເຮັດ​ໃຫ້​ແຂວງບໍລິຄຳໄຊ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີ​ຄວາມ​ສະຫງົບ​ໜັກ​ແໜ້ນ ​ແລະ ​ເປັນ​ລະບຽບ​ຮຽບຮ້ອຍ​, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ຕ້ານທຸກກົນອຸບາຍໃໝ່ຂອງພວກອິດທິກຳລັງປໍລະປັກ, ສ້າງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນຮາກຖານໃຫ້ເຂັ້ມແຂງ, ຈັດຕັ້ງປະຕິບັດແກ້ໄຂບັນຫາ 4 ເຖື່ອນ, ຜັນຂະຫຍາຍປະຕິບັດບັນດາ 9 ຫົວຂໍ້ວິທະຍາສາດ ໃຫ້ມີປະສິດທິຜົນສູງ ແລະ ຜັນຂະຫຍາຍຜົນສໍາເລັດການສ້າງບ້ານຈຸດສຸມໃຈກາງ ໄປສູ່ບັນດາບ້ານເປົ້າໝາຍ ເພື່ອແກ້ໄຂບັນຫາໜໍ່ແໜງກໍ່ຄວາມບໍ່ສະຫງົບ ຢູ່ໃນໝູ່ປະຊາຊົນໃຫ້ໄດ້ຂາດຕົວ, ປະສານສົມທົບກັບເພື່ອນມິດຍຸດທະສາດ ສສ ຫວຽດນາມ ສ້າງບໍລິເວນຊາຍແດນເບື້ອງຕາເວັນອອກໃຫ້ເຂັ້ມແຂງ, ຊາຍແດນ ເບື້ອງຕາເວັນຕົກໃຫ້ເປັນຊາຍແດນສັນຕິພາບ.

ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ໂດຍສະເລ່ຍ 5% ຂຶ້ນໄປ, ລວມຍອດຜະລິດຕະພັນພາຍໃນ (GPP) ບໍ່ໃຫ້ຫຼຸດ 9.233 ຕື້ກວ່າກີບ, ລາຍຮັບສະເລ່ຍ 2.800 ໂດລາຕໍ່ຄົນຕໍ່ປີຂຶ້ນໄປ ໂຄງປະກອບເສດຖະກິດ ດ້ານກະສິກໍາໃຫ້ກວມ 22%, ອຸດສາຫະກໍາ-ກໍ່ສ້າງໃຫ້ກວມ 48% ແລະ ບໍລິການໃຫ້ກວມ 30%, ເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8,9% ຂອງ GPP ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ໄດ້ໂດຍພື້ນຖານ ແລະ ຍືນຍົງ ເຮັດໃຫ້ຄອບຄົວພົ້ນທຸກ ກວມ 99,07%, ບ້ານ​ພົ້ນ​ທຸກ ​​ກວມ 92,1%, ​ຄອບຄົວ​ພັດທະນາ ​ກວມ 95,48%, ສ້າງ​ບ້ານ​ພັດທະນາ​ ກວມ 87,62%, ສູ້ຊົນປະກາດເມືອງພົ້ນທຸກ ໃຫ້ໄດ້ 2 ເມືອງ ແລະ ປະກາດເປັນເມືອງພັດທະນາ ໃຫ້ໄດ້ 2 ເມືອງ.

ສຸມ​​ໃສ່ພັດທະນາ​ການສຶກສາ ແລະ ຊັບພະຍາກອນມະນຸດເປັນປັດໃຈສໍາຄັນ ເພື່ອການສ້າງສາພັດທະນາ, ຮັບປະກັນໃຫ້ການສຶກສາຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບຢ່າງຕໍ່ເນື່ອງ, ສືບຕໍ່ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ຄາດໝາຍດ້ານການສຶກສາໃຫ້ບັນລຸຜົນສໍາເລັດ, ສືບຕໍ່ປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ ຖືເອົາການອະນາໄມ-ປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ ຖືເອົາການປີ່ນປົວ ແລະ ສະໜອງການບໍລິການສຸຂະພາບ ຢ່າງທົ່ວເຖີງ ຄາດຄະເນຮອດປີ 2023 ໃຫ້ໄດ້ປະກາດຮັບຮອງບ້ານສາທາລະນະສຸກແບບຢ່າງ ໃຫ້ກວມ 100%, ປັບປຸງບູລະນະອົງການອຳນາດລັດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຕາມທິດສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ, ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບບັນດາແຂວງຂອງສສ ຫວຽດນາມໃຫ້ເຂົ້າສູ່ລວງເລິກ, ສ້າງທຸກເງື່ອນໄຂ ເພື່ອການຮ່ວມມືກັບອົງການຈັດຕັ້ງສາກົນຕ່າງໆ ຍາດແຍ່ງເອົາທຶນຮອນ, ການຊ່ວຍເຫຼືອດ້ານເຕັກໂນໂລຊີ ເຂົ້າໃນການພັດທະນາແຂວງໃຫ້ຫຼາຍຂຶ້ນ.

ຜູ້​ແທນ​ກອງ​ປະຊຸມ ​ໄດ້​ພ້ອມ​ກັນ​ໃຊ້​ສິດ​ປະຊາທິປະ​ໄຕຂອງ​ຕົນ ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ພັກ​ຊຸດ​ໃໝ່​ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານ-​ເງື່ອນ​ໄຂ​ທີ່ໄດ້ກຳນົດ​ໄວ້ ເຊິ່ງມີ​ຜູ້​ອອກ​ຮັບສະໝັກ​ເລືອກ​ຕັ້ງ 38 ສະຫາຍ, ຍິງ 2 ສະຫາຍ ​ແລະ ​ເລືອກ​ໄດ້ 33 ສະຫາຍ, ຍິງ 2 ສະຫາຍ.

ກອງ​ປະຊຸມ​ຄັ້ງ​ປະຖົມມະ​ລຶກ​ຂອງຄະນະ​ບໍລິຫານງານພັກ​ແຂວງ ຊຸດ​ທີ VII ​ໄດ້​​ເລືອກ​ຕັ້ງ​ເອົາຄະນະ​ປະຈຳ​ພັກແຂວງ ຈຳນວນ 11 ສະຫາຍ ລວມມີ: ສະຫາຍ ປອ ກອງແກ້ວ ໄຊສົງຄາມ, ສະຫາຍ ປອ ສຸວັນນີ ໄຊຊະນະ, ສະຫາຍ ບຸນເສັງ ປະທຳມະວົງ, ສະຫາຍ ພົຈວ ຈວງຈັນ ລາດຊະວົງ, ສະຫາຍ ບຸນຄຳ ໄຊເຍ່ຍລໍວື່, ສະຫາຍ ວັນວິໄລ ແດນພູຫຼວງ, ສະຫາຍ ບຸນສົງ ເພັດຈະເລີນ, ສະຫາຍ ຄຳແຫວນ ປັນຍານຸວົງ, ສະຫາຍ ເລື່ອນວິໄລ ຈັນທະລາພັນ, ສະຫາຍ ປອ ດວງຕາ ມໍລະຄາສຸກ, ສະຫາຍ ວົງສີ ທອງສີອິນທິປັນຍາ ແລະ ​ເລືອກ​ຕັ້ງເອົາ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ປອ ສຸວັນນີ ໄຊຊະນະ, ສະຫາຍ ວັນວິໄລ ແດນພູຫຼວງ ເປັນຮອງເລຂາ, ແລະ ຄັດເລືອກ​ເອົາ ສະຫາຍ ປອ ດວງຕາ ມໍລະຄາສຸກ ເປັນປະທານກວດກາພັກ, ສະຫາຍ ແສງເດື່ອນ ວໍລະຈັກ, ສະຫາຍ ບຸນທະວີ ດວງປັນຍາ, ສະຫາຍ ນ ແກ້ວວິໄລ ບຸນໂຮມ, ສະຫາຍ ຄຳຕັນ ສີສົມຈິດ ເປັນຮອງປະທານກວດກາພັກ ແລະ ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຜູ້​ແທນ​ສົມບູນ ​ໄປ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງພັກ ຈຳນວນ 22 ສະ​ຫາຍ, ຍິງ 1 ສະຫາຍ, ສໍາຮອງ 3 ສະຫາຍ.

ຂອບໃຈຂ່າວ ແລະ ຮູບຈາກ: Bolikhamxay Province