ຈາກນີ້ 21 ເສັ້ນທາງໃນນະຄອນຫຼວງຈະມີແສງສະຫວ່າງຍາມກາງຄືນ

316

ເພື່ອອຳນວຍຄວາມສະດວກແກ່ການສັນຈອນໄປມາຂອງປະຊາຊົນ ຕາມຖະໜົນຫົນທາງໃນຍາມຄ່ຳຄືນ ລັດວິສາຫະກິດໄຟຟ້າລາວສົມທົບກັບ ຫ້ອງການຄຸ້ມຄອງ ແລະບໍລິຫານຕົວເມືອງວຽງຈັນໄດ້ມີການຕິດຕັ້ງ, ປ່ຽນຖ່າຍດອກໄຟເຍືອງທາງຕາມທາງ 21 ເສັ້ນໃນໃຈກາງນະຄອນຫຼວງວຽງຈັນ, ບາງຈຸດທີ່ເປັນມືດໆໃນຜ່ານມາກໍ່ຈະມີແສງສະຫວ່າງຂຶ້ນມາ.

ໂດຍພະນັກງານ ວິຊາການ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ  ໄດ້ລົງມືປັບປຸງບໍາລຸງຮັກສາ ໄຟອໍານາດ ແລະ ປ່ຽນດອກໄຟເຍືອງທາງ5 ເສັ້ນທາງຫຼັກຄື: ຖະໜົນໄກສອນພົມວິຫານ(ປະຕູໄຊ ຫາ ວົງວຽນດອນໜູນ), ຖະໜົນກໍາແພງເມືອງ(ຂົວຮ່ອງແຊງ ຫາ ວົງວຽນໜອງໄຮ), ຖະໜົດທ່າເດືອໄລຍະ1(ວົງວຽນວັດສີເມືອງ ຫາ ວົງວຽນຈີ່ນາຍໂມ້),ຖະໜົນອາຊຽນ 3ແຍກບ້ານອາກາດ ຫາ ຖະໜົນ 23 ສິງຫາ ແລະ ໄຟແດງຫຼັກ 6 ຫາ ວົງວຽນໂທລະພາບແຫ່ງຊາດ.


ສ່ວນທີ່ເຫຼືອອີກ 16 ເສັ້ນແມ່ນໃຫ້ເປັນຄວາມຮັບຜິດຊອບຂອງຫ້ອງການຄຸ້ມຄອງ ແລະບໍລິຫານຕົວເມືອງວຽງຈັນເປັນຜູ້ຈັດຕັ້ງປະຕິບັດ, ບໍ່ທັນມີຂໍ້ມູນລະບຸວ່າກວມເອົາເສັ້ນໃດແນ່ ແຕ່ເຊື່ອໝັ້ນວ່າ ອີກບໍ່ດົນຫຼານເສັ້ນທາງທີ່ຂາດແສງສະຫວ່າງໃນຍາມຄ່ຳຄືນຈະມີຄວາມສະຫວ່າງສະໄຫວຂຶ້ນ.

ທັ້ງນີ້ກໍ່ ເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ຂອງ ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ນັ້ນເອງ.

ຂ່າວຈາກ: ລັດວິສາຫະກິດໄຟຟ້າລາວ