ທລຝ ສະໜອງເງິນທຶນໃຫ້ແກ່ ລຮລ ເພື່ອສະໜັບສະໜູນຍຸດທະສາດຂະແໜງພະລັງງານ

235

ໃນວັນທີ 23 ກັນຍາ 2020 ທະນາຄານ ລາວ – ຝຣັ່ງ ຈຳກັດ ( ທລຝ ) ໄດ້ເຊັນສັນຍາກັບລັດວິສາຫະກິດຖືຮຸ້ນລາວ ( ລຮລ ) ເພື່ອສະໜອງທຶນ ຈຳນວນ 10 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນການພັດທະນາຍຸດທະສາດໃນຂະແໜງພະລັງງານຂອງ ສປປ ລາວ.

ລັດວິສາຫະກິດຖືຮຸ້ນລາວ ( ລຮລ ) ເປັນຫົວໜ່ວຍທຸລະກິດທີ່ຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ ໂດຍມີກະຊວງການເງິນເປັນເຈົ້າຂອງທຶນ 100%; ລຮລ ຖືກສ້າງຕັ້ງຂຶ້ນເພື່ອເຂົ້າຮ່ວມຖືຮຸ້ນ, ຄຸ້ມຄອງ ແລະ ບໍລິຫານຮຸ້ນໃນໂຄງການຜະລິດໄຟຟ້າທີ່ຖືກມອບໝາຍຈາກລັດຖະບານ ເພື່ອການສົ່ງອອກຢ່າງມີປະສິດທິຜົນ ແລະ ເກີດຜົນຕອບແທນສູງສຸດ.

ທະນາຄານ ລາວ – ຝຣັ່ງ ຈຳກັດ     ( ທລຝ ) ດຳເນີນທຸລະກິດມາເປັນເວລາ 10 ກວ່າປີ ເຊິ່ງເປັນທະນາຄານທຸລະກິດເຮັດໜ້າທີ່ຢ່າງຮອບດ້ານໃນການສະໜອງທຶນໃຫ້ແກ່ບັນດາບໍລິສັດຕ່າງໆ ແລະ ເປັນທາງເລືອກໃນດ້ານການເຮັດທຸລະກຳທາງການເງິນ. ທະນາຄານ ລາວ – ຝຣັ່ງ ຈຳກັດ ( ທລຝ ) ໄດ້ມີການສະໜອງທຶນໃນບັນດາໂຄງການໃນຂະແໜງຕ່າງໆ ເຊັ່ນ: ພະລັງງານ, ອຸດສາຫະກຳ, ອະສັງຫາລິມະຊັບ ແລະ ການບໍລິການ.

ການສະໜອງທຶນໃຫ້ແກ່ໂຄງການຂອງຂະແໜງພະລັງງານໃນຄັ້ງນີ້ ແມ່ນເປັນຂີດໝາຍສຳຄັນສຳລັບທັງສອງຝ່າຍ ເນື່ອງຈາກວ່າມີເປົ້າໝາຍເພື່ອການຮ່ວມມືໃນຂະແໜງພະລັງງານໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍ່ຄືດ້ານການຜະລິດໄຟຟ້າຢູ່ອາຊີຕາເວັນອອກສ່ຽງໃຕ້ ໂດຍຜ່ານການແກ້ໄຂທາງດ້ານການເງິນໃນໄລຍະຍາວແບບຍືນຍົງ.

ກ່ຽວກັບທະນາຄານ ລາວ – ຝຣັ່ງ ຈຳກັດ ( ທລຝ ) ແມ່ນການຮ່ວມທຶນລະຫວ່າງ ບໍລິສັດ COFRIBRED ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. ບໍລິສັດ COFRIBRED ເຊິ່ງເປັນຜູ້ຕາງໜ້າຂອງກຸ່ມ BRED Banque Populaire ( BRED Group ) ໄດ້ຮັບການສະໜັບສະໜູນຈາກສະມາຊິກ 200.000 ຄົນ ແລະ ມີມູນຄ່າ 4,4 ຕື້ເອີໂຣ, ສ້າງຂຶ້ນໃນປີ 1919 ເຊິ່ງເປັນສ່ວນໜຶ່ງຂອງ ບໍລິສັດ BPCE Group, ຈັດຢູ່ໃນອັນດັບທີ 17 ຂອງກຸ່ມທະນາຄານທົ່ວໂລກໃນແງ່ຂອງຊັບສິນ, BRED Group ຖືກສ້າງຕັ້ງຂຶ້ນທົ່ວໂລກດ້ວຍບໍລິສັດຍ່ອຍທີ່ຕັ້ງຢູ່ໃນອາຊີຕາເວັນອອກສ່ຽງໃຕ້ ( ລາວ, ກຳປູເຈຍ, ມຽນມາ ), ພາກຕາເວັນອອກຂອງອາຟຣິກກາ ( Djibouti ແລະ Ethiopia ), ພາກພື້ນປາຊີຟິກ ( New – Caledonia, Fiji, Vanuatu ແລະ Islands Solomon ); ສ່ວນທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແມ່ນທະນາຄານທຸລະກິດລັດທີ່ໃຫຍ່ທີ່ສຸດໃນ ສປປ ລາວ.

ກະລຸນາເຂົ້າເບິ່ງ www.bfl-bred.com ສຳລັບລາຍລະອຽດເພີ່ມຕື່ມກ່ຽວກັບ ທລຝ.

ສຳລັບລັດວິສາຫະກິດຖືຮຸ້ນລາວ ( ລຮລ ) ແມ່ນຫົວໜ່ວຍທຸລະກິດຂອງລັດຖະບານ ແຫ່ງ ສປປລາວ ພາຍໃຕ້ທຶນຂອງກະຊວງການເງິນ, ແນໃສ່ເຂົ້າຮ່ວມລົງທຶນໃນຂະແໜງ ຜະລິດພະລັງງານໄຟຟ້າ ເພື່ອການສົ່ງອອກ; ລັດວິສາຫະກິດຖືຮຸ້ນລາວ ( ລຮລ ) ຖືຮຸ້ນໃນໂຄງການໄຟຟ້ານ້ຳເທີນ II, ໂຄງການໄຟຟ້າຄວາມຮ້ອນຫົງສາ, ໂຄງການໄຟຟ້າເຊປຽນ – ເຊນ້ຳນ້ອຍ ແລະ ໂຄງການໄຟຟ້ານ້ຳງຽບ I.

ກະລຸນາເຂົ້າເບິ່ງທີ່ www.laoholding.com ສຳລັບລາຍລະອຽດເພີ່ມຕື່ມກ່ຽວກັບ ລຮລ