ຫຸ້ນເທສລາ ຫຼຸດລົງຢ່າງໜ້າຕົກໃຈ

105

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລາຄາຫຸ້ນບໍລິສັດເທສລາ ຜູ້ຜະລິດລົດໄຟຟ້າລາຍໃຫຍ່ ຂອງສະຫະລັດອາເມຣິກາ ຫຼຸດລົງຫຼາຍ ຈົນມູນຄ່າທາງການຕະຫຼາດຫາຍໄປ 50.000 ລ້ານໂດລາສະຫະລັດ ເມື່ອວັນທີ 22 ກັນຍາຜ່ານມາ ເຖິງແມ່ນວ່າຜູ້ບໍລິຫານເທສລາຈະອອກມາປະກາດວ່າສາມາດຜະລິດລົດໄຟຟ້າທີ່ມີຕົ້ນທຶນຕ່ຳເຫຼືອພຽງ 25.000 ໂດລາສະຫະລັດ ແລະ ຈະອອກສູ່ຕະຫຼາດໃນອີກ 3 ປີຂ້າງໜ້າ.

ມູນຄ່າຫຸ້ນເທສລາຫຼຸດລົງເຖິງ 20.000 ລ້ານໂດລາ ພາຍໃນເວລາພຽງ 2 ຊົ່ວໂມງ ເມື່ອວັນອັງຄານທີ່ຜ່ານມາ ເນື່ອງຈາກຄະນະຜູ້ບໍລິຫານບໍລິສັດເທສລາ ນຳສະເໜີແບັດເຕີຣີ ແລະ ກົນລະຍຸດຂອງບໍລິສັດ, ຫຼັງຈາກນັ້ນລາຄາຫຸ້ນໄດ້ຫຼຸດລົງ 5,6%, ຈາກນັ້ນປະມານ 1 ຊົ່ວໂມງຕໍ່ມາຫຼຸດລົງອີກເຖິງ 6,9%.