ລົດບັນທຸກນ້ຳມັນລະເບີດຢູ່ໄນຈີເຣຍ ເສຍຊີວິດ 28 ຄົນ

101

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດລົດບັນທຸກນ້ຳມັນລະເບີດໃກ້ກັບປ້ຳນ້ຳມັນແຫ່ງໜຶ່ງ ໃນເມືອງໂລໂກຈາກປະເທດໄນຈີເຣຍ ເມື່ອວັນທີ 23 ກັນຍາຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 28 ຄົນ, ໃນນັ້ນເປັນເດັກນ້ອຍນັກຮຽນ 9 ຄົນ.

ຜູ້ເຫັນເຫດການເປີດເຜີຍວ່າ: ລົດບັນທຸກນ້ຳມັນຄັນດັ່ງກ່າວ ເບຣກແຕກ ແລະ ແລ່ນຕຳລົດຄັນອື່ນໆທີ່ຢູ່ທາງໜ້າ ລວມທັງລົດຂົນສົ່ງນັກຮຽນ ແລະ ລົດ 3 ລໍ້ທີ່ຈອດຢູ່ຈຸດເກີດເຫດ ກ່ອນຈະເກີດລະເບີດຂຶ້ນ ແລະ ມີແປວໄຟລຸກໄໝ້ຂຶ້ນຢ່າງຮຸນແຮງ, ທ່າມກາງປະຊາຊົນເປັນຈຳນວນຫຼວງຫຼາຍທີ່ມາເບິ່ງເຫດການ.
ອຸບັດເຫດຄັ້ງນີ້ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 28 ຄົນ, ໃນນັ້ນເປັນເດັກນັກຮຽນ 9 ຄົນ ທີ່ກຳລັງເດີນທາງໄປໂຮງຮຽນກັບລົດຂົນສົ່ງນັກຮຽນ ແລະ ມີຜູ້ບາດເຈັບອີກຈຳນວນໜຶ່ງ.