ຫາລືຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຈາກໂຄວິດ – 19

102

ຄະນະສະເພາະກິດຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບການລະບາດພະຍາດໂຄວິດ – 19 ຕໍ່ເສດຖະກິດລາວ, ໄດ້ຈັດກອງປະຊຸມຂຶ້ນໃນວັນທີ 23 ກັນຍານີ້, ທີ່ກະຊວງແຜນການ ແລະ ການລົງທຶນ ( ຜທ ) ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຜທ ຫົວໜ້າຄະນະສະເພາະກິດ ແລະ ມີບັນດາທ່ານໃນຄະນະສະເພາະກິດດັ່ງກ່າວເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຊຸກຍູ້ ແລະ ຕິດຕາມສະພາບການຜັນຂະຫຍາຍມາດຕະການແກ້ໄຂ ແລະ ຄົ້ນຄວ້າລົງເລິກ ເພື່ອກໍານົດທິດທາງ, ນະໂຍບາຍແກ້ໄຂ ແລະ ຟື້ນຟູເສດຖະກິດໃນ 3 ເດືອນທ້າຍປີ ແລະ ໃນປີ 2021 ໃຫ້ເປັນຮູບປະທໍາ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງໄວ, ຜົນຂອງກອງປະຊຸມຈະໄດ້ສັງລວມ ເພື່ອລາຍງານຕໍ່ລັດຖະບານ ເພື່ອພິຈາລະນາໃນຂັ້ນຕໍ່ໄປ.

ສະພາບການລະບາດຂອງພະຍາດໂຄວິດ – 19 ໃນທົ່ວໂລກຍັງສືບຕໍ່ເພີ່ມທະວີຮຸນແຮງຂຶ້ນໃນແຕ່ລະໄລຍະ ເຊິ່ງສະພາບດັ່ງກ່າວຍັງສືບຕໍ່ສົ່ງຜົນກະທົບຕໍ່ສະພາບເສດຖະກິດ ກໍຄືການດໍາລົງຊີວິດຂອງປະຊາຊົນໃນທົ່ວໂລກ ແລະ ພາກພື້ນ. ສະພາບດັ່ງກ່າວສືບຕໍ່ເປັນສິ່ງທ້າທາຍໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມຢູ່ໃນ ສປປ ລາວ, ເຖິງແມ່ນວ່າພວກເຮົາຈະສາມາດສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ – 19 ໄວ້ໄດ້, ຮອດປັດຈຸບັນມີພຽງແຕ່ 23 ກໍລະນີ ແລະ ບໍ່ມີກໍລະນີເສຍຊີວິດ. ນັບແຕ່ເດືອນເມສາ 2020 ລັດຖະບານ ກໍໄດ້ກໍານົດ ແລະ ຈັດຕັ້ງປະຕິບັດ 10 ມາດຕະການ ແລະ 9 ນະໂຍບາຍ ຕາມຂໍ້ຕົກລົງເລກທີ 31/ນຍ ແລະ ຫຼັງຈາກນັ້ນກໍໄດ້ສືບຕໍ່ອອກນະໂຍບາຍ ແລະ ມາດຕະການເພີ່ມຕື່ມ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກ ແລະ ຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຂອງການລະບາດພະຍາດໂຄວິດ – 19.

ໃນໄລຍະຜ່ານມາ ມາດຕະການ ແລະ ນະໂຍບາຍດັ່ງກ່າວ ໄດ້ຊ່ວຍແກ້ໄຂຫຼາຍບັນຫາທີ່ເກີດຂຶ້ນ ເປັນຕົ້ນ: ການຜ່ອນຜັນເລື່ອນໄລຍະການຊໍາລະພາສີ – ອາກອນ, ຕົ້ນທຶນ ແລະ ດອກເບ້ຍສິນເຊື່ອ, ຄຸ້ມຄອງການສະໜອງສິນຄ້າ, ຮັກສາລະດັບລາຄາສິນຄ້າ ແລະ ແກ້ໄຂຂໍ້ຫຍຸ້ງຍາກໃນການຈໍລະຈອນສິນຄ້າ, ອຸດໜູນເງິນວ່າງງານໃຫ້ແກ່ແຮງງານ ທີ່ໄດ້ຮັບຜົນກະທົບ ແລະ ຫຼຸດຄ່າບໍລິການສາທາລະນູປະໂພກ. ເຖິງຢ່າງໃດກໍຕາມ, ການລະບາດພະຍາດໂຄວິດ – 19 ຍັງສືບຕໍ່ສົ່ງຜົນກະທົບຕໍ່ເສດຖະກິດຂອງພວກເຮົາ.

( ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ )