ສິງກະໂປ – ຮົງກົງ ພົບໂອນເງິນທີ່ໜ້າສົງໄສຫຼາຍທີ່ສຸດໃນອາຊີ

150

ເວັບໄຊຂອງສະມາຄົມນັກຂ່າວສືບສວນ – ສອບສວນນາໆຊາດ ( ICIJ ) ລາຍງານວ່າ: ສິງກະໂປ ແລະ ຮົງກົງ ເປັນ 2 ຈຸດໝາຍປາຍທາງໃນການເຮັດທຸລະກຳທາງການເງິນທີ່ໜ້າສົງໄສຫຼາຍທີ່ສຸດຂອງທະວີບອາຊີ ໂດຍມີເມັດເງິນໂອນຜ່ານຫຼາຍກວ່າ 8 ພັນລ້ານໂດລາສະຫະລັດ.

ICIJ ລາຍງານວ່າ: ມີເມັດເງິນທີ່ຕ້ອງສົງໄສໄຫຼເຂົ້າສິງກະໂປ 4,4 ຕື້ໂດລາສະຫະລັດ ຜ່ານທະນາຄານທຸລະກິດຫຼາຍແຫ່ງ ເຊິ່ງລວມເຖິງ DBS ກຣຸບ ໂຮນດິງ, ໂອເວີຊີ – ໄຊນິສ ແບ໋ງຄິງ ຄ໊ອບ ແລະ ໂອເວີຊີ ແບ໋ງ; ສ່ວນໃນຮົງກົງພົບວ່າມີເມັດເງິນທີ່ສົງໄສໄຫຼເຂົ້າປະມານ, 4,1 ຕື້ໂດລາສະຫະລັດ ຜ່ານທະນາຄານທຸລະກິດຫຼາຍແຫ່ງ ລວມທັງ HSBC ໂຮນດິງ ແລະ ດອຍສ໌ ແບັງ, ນອກຈາກນີ້ຍັງມີທະນາຄານທຸລະກິດອີກຫຼາຍແຫ່ງໃນທະວີບອາຊີທີ່ໜ້າສົງໄສຟອກເງິນ.

ທັງນີ້, ເມື່ອວັນອາທິດຜ່ານມາສື່ອອນລາຍ Buzzfeed News ຂອງສະຫະລັດອາເມຣິກາ ໄດ້ເຜີຍແຜ່ເອກະສານລັບຂອງເຄືອຂ່າຍສືບສວນອາດຊະຍາກຳຂອງສະຫະລັດ ( FinCen ) ເຊິ່ງເປັນໜ່ວຍງານໜຶ່ງຂອງກະຊວງການເງິນສະຫະລັດ, ຫຼັງຈາກນັ້ນສື່ຕ່າງໆທີ່ເປັນສະມາຊິກຂອງ ICIJ ໄດ້ແບ່ງປັນຕໍ່ກັນເປັນວົງກວ້າງ ໂດຍເອກະສານດັ່ງກ່າວຄວບຄຸມເຖິງ “ ລາຍງານກິດຈະກຳທີ່ໜ້າສົງໄສ ( SAR )” ເຊິ່ງເປັນເອກະສານທີ່ທະນາຄານທຸລະກິດ ແລະ ສະຖາບັນການເງິນປະເພດຕ່າງໆໄດ້ຍື່ນຕໍ່ FinCen.