ຫາລືການນໍາໃຊ້ລະບົບ BIG DATA ຄຸ້ມຄອງແຮງງານ

218

ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ບໍລິສັດ ໂປສະໂກ ( POSCO ) ແລະ ບໍລິສັດ ແພັນຕາເກດ ( PENTAGATE ) ສ.ເກົາຫຼີ ຈັດກອງປະຊຸມປຶກສາຫາລືແລກປ່ຽນທາງດ້ານວິຊາການກ່ຽວກັບການນໍາໃຊ້ລະບົບເຕັກໂນໂລຊີ ຖານຂໍ້ມູນໃຫຍ່ ( BIG DATA ) ເພື່ອຄຸ້ມຄອງແຮງງານຂອງ ສປປ ລາວ.

ກອງປະຊຸມດັ່ງກ່າວ ແມ່ນເພື່ອປຶກສາຫາລືກ່ຽວກັບ ຄວາມຈຳເປັນໃນການນໍາໃຊ້ລະບົບຖານຂໍ້ມູນໃຫຍ່ ( BIG DATA ) ຄຸ້ມຄອງແຮງງານຂອງ ສປປ ລາວ ທັງແຮງງານລາວຢູ່ພາຍໃນປະເທດ, ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ ແນໃສ່ເພື່ອເຮັດໃຫ້ມີຖານຂໍ້ມູນທີ່ຊັດເຈນເຊື່ອຖືໄດ້, ມີຄວາມວ່ອງໄວ, ເຂົ້າເຖິງຂໍ້ມູນໄດ້ສະດວກ, ມີ ຄວາມໂປ່ງໄສໃນການເກັບລາຍຮັບ, ຊ່ວຍໃຫ້ການບໍລິຫານຈັດການຂໍ້ມູນຂອງໜ່ວຍງານກ່ຽວຂ້ອງມີຄວາມສະດວກ, ຊ່ວຍສົ່ງເສີມການຜະລິດ ແລະ ຈັດຫາຕະຫຼາດ ທັງເປັນການຊ່ວຍໃນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃນການຕິດຕາມກ່ຽວກັບແຮງງານ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 23 ກັນຍາ 2020 ຜ່ານມາ ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງ ວຽງຈັນ ເຂົ້າຮ່ວມເປັນປະທານຂອງ ທ່ານ ວິລະສັກ ອິນທະປະຖາ ຫົວໜ້າສະຖາ   ບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ.

[ ຮູບ: ບຸນທັນ ]