ບໍ່ຄໍາທອງເຊໂປນເລີ່ມຫຼອມຄຳອີກຄັ້ງ ຕັ້ງເປົ້າປີລະ 2,5 ແສນອອນ

128

ບໍລິສັດ ລ້ານຊ້າງມິເນໂຣນສ໌ ລິມິເຕັດ ຈະເລີ່ມຂຸດຄົ້ນ, ປຸງແຕ່ງ ແລະ ຫຼອມຄຳຄືນໃໝ່ ເຊິ່ງສາມາດຂຸດຄົ້ນໄດ້ຢ່າງໜ້ອຍ 10 – 15 ປີ, ແຕ່ລະປີຈະສາມາດຜະລິດຄຳແທ່ງໄດ້ 250.000 ອອນຕໍ່ປີ.

ພິທີເປີດໂຮງງານຫຼອມຄຳຄືນໃໝ່ ຂອງໂຄງການຂຸດຄົ້ນ, ປຸງແຕ່ງຄຳ – ທອງ ເຊໂປນ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 24 ກັນຍາ 2020 ນີ້ ຢູ່ໂຄງການຂຸດຄົ້ນ, ປຸງແຕ່ງ ຄຳ – ທອງ ເຊໂປນ, ເຂົ້າຮ່ວມຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳ ສນຍ; ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ; ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ; ມີທ່ານເຈົ້າເມືອງວິລະບູລີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຜູ້ຈັດການໃຫຍ່ ບໍລິສັດ ລຊມລ ກ່າວວ່າ: ພວກເຮົາສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນໂຄງການຄຳ – ທອງເຊໂປນ ສະເໝີມາ ເຊິ່ງໄດ້ຊ່ວຍໃຫ້ບໍລິສັດບັນລຸຂີດໝາຍສຳຄັນຫຼາຍປະການໃນການກັບຄືນມາຜະລິດຄຳໄວກວ່າແຜນການທີ່ວາງ ໄວ້.

ທ່ານກ່າວຕື່ມວ່າ: ຕັ້ງແຕ່ເລີ່ມດຳເນີນຂຸດຄົ້ນ – ຜະລິດຄຳ – ທອງ ໃນປີ 2002 ເປັນຕົ້ນມາ, ໂຄງການສາມາດຜະລິດຄຳແທ່ງໄດ້ຫຼາຍກວ່າ 1,2 ລ້ານອອນ, ຜະລິດແຜ່ນທອງໄດ້ຫຼາຍກວ່າ 1 ລ້ານໂຕນ, ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ລັດຖະບານ ເຖິງ 1,5 ຕື້ກວ່າໂດລາສະຫະລັດ. ນອກຈາກນີ້, ຍັງສ້າງຜົນປະໂຫຍດທາງອ້ອມຢ່າງຫຼວງຫຼາຍ ເປັນຕົ້ນ: ການສ້າງວຽກເຮັດງານທຳ, ການພັດທະນາຊັບພະຍາກອນມະນຸດຜ່ານການຝຶກອົບຮົມ, ການພັດທະນາຊຸມຊົນ ແລະ ການສ້າງລາຍຮັບໃຫ້ຜູ້ຮັບເໝົາທ້ອງຖິ່ນ. ໃນປີ 2003 ເຊິ່ງເປັນປີທີ່ບໍລິສັດມີກຳລັງແຮງງານສູງສຸດ, ໂຄງການໄດ້ສ້າງວຽກເຮັດງານທຳ 5.000 ກວ່າຄົນ, ມີປະຊາຊົນ 14.000 ຄົນ ໄດ້ຮັບຜົນປະໂຫຍດຈາກການພັດທະນາຊຸມຊົນ.

ໃນປີ 2013 ຍ້ອນສິນຄ້າແຮ່ຄຳໃນຕະຫຼາດໂລກມີລາຄາຫຼຸດລົງ ແລະ ຕົກຕໍ່າຫຼາຍ, ບໍລິສັດໄດ້ຮັບການເຫັນດີຈາກລັດຖະບານໂຈະການຂຸດຄົ້ນຜະລິດແຮ່ຄຳ. ຢ່າງໃດກໍຕາມ, ປັດຈຸບັນລາຄາຄຳເລີ່ມມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ບໍລິສັດຈຶ່ງສືບຕໍ່ຂຸດຄົ້ນ ແລະ ຜະລິດຄຳຕື່ມອີກ ຕາມການຕົກລົງເຫັນດີຂອງລັດຖະບານ.

ອີງໃສ່ການສຶກສາ – ສຳຫຼວດຄືນໃໝ່ ພົບວ່າຍັງມີປະລິມານແຮ່ຄຳຈຳນວນຫຼາຍ ແລະ ສາມາດຂຸດຄົ້ນໄດ້ຢ່າງໜ້ອຍ 10 – 15 ປີ, ແຕ່ລະປີຈະສາມາດຜະລິດຄຳແທ່ງໄດ້ 250.000 ອອນຕໍ່ປີ ເຊິ່ງເປັນລາຍຮັບທີ່ມະຫາສານຈະນຳມາພັດທະນາສ້າງສາປະເທດຊາດໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ກ້າວຂຶ້ນເປັນປະເທດມີລາຍຮັບປານກາງ ແລະ ສູງ ຕາມເປົ້າໝາຍຂອງພັກ ແລະ ລັດຖະບານຕັ້ງເປົ້າໄວ້.

( ໂດຍ: ຄຳແສງ ແກ້ວປະເສີດ )