ຍົກລະດັບວຽກງານເອກະສານທາງການໃຫ້ພະນັກງານທົ່ວຂະແໜງ ອຄ

136

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດຝຶກອົບຮົມວຽກງານເອກະສານທາງການ ໃຫ້ແກ່ພະນັກງານຂະແໜງອຸດສາຫະກຳ ແລະ ການຄ້າ ( ອຄ ) ຂຶ້ນໃນວັນທີ 24 ກັນຍາ 2020 ທີ່ກະຊວງ ອຄ ໂດຍການເປັນປະທານເປີດພິທີຂອງ ທ່ານ ນາງ ບານສະຕິ ເທບພະວົງ ຫົວໜ້າຫ້ອງການກະຊວງ ອຄ, ມີບັນດາຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການຕາງໜ້າຈາກບັນດາກົມ, ພະແນກ ອຄ ນະຄອນຫຼວງວຽງຈັນເຂົ້າຮ່ວມ.

ທ່ານ ນາງ ບານສະຕິ ເທບພະວົງ ກ່າວວ່າ: ວຽກງານເອກະສານທາງການ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍບໍ່ວ່າຈະແມ່ນດ້ານເນື້ອໃນຂອງເອກະສານ ຫຼື ຮູບແບບຂອງການຮ່າງເອກະສານ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຖືກຕ້ອງເປັນເອກະພາບກັນໃນໜ່ວຍງານອົງການຈັດຕັ້ງຂອງລັດ ໂດຍໃຫ້ສອດຄ່ອງກັບກົດໝາຍ ຫຼື ຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດວຽກງານທາງການທີ່ລັດຖະບານ ກໍຄືກະຊວງພາຍໃນໄດ້ກຳນົດອອກມາ. ຍ້ອນເຫັນໄດ້ຄວາມໝາຍສຳຄັນຂອງວຽກງານດັ່ງກ່າວ ຫ້ອງການກະຊວງ ອຄ ຈຶ່ງໄດ້ຈັດການຝຶກອົບຮົມວຽກງານນີ້ຂຶ້ນ.

ການຝຶກອົບຮົມຈະສ້າງໃຫ້ເປັນເວທີແລກປ່ຽນບົດຮຽນຕົວຈິງ ກ່ຽວກັບວຽກງານເອກະສານທາງການ ລະຫວ່າງສໍາມະນາກອນທີ່ມາຈາກແຕ່ລະພາກສ່ວນ, ພ້ອມທັງນໍາສະເໜີຂໍຄວາມກະຈ່າງແຈ້ງຈາກວິທະຍາກອນຕໍ່ບາງຈຸດທີ່ເຫັນວ່າຍັງບໍ່ທັນລະອຽດຈະແຈ້ງ; ໃຫ້ທິດຊີ້ນຳບາງບັນຫາສ້າງສັນທີ່ເຫັນວ່າຍັງບໍ່ທັນສອດຄ່ອງຕາມນິຕິກໍາວາງອອກ ເປັນຕົ້ນກ່ຽວກັບລະບົບການຮັບ – ແຈກ, ການກວດກາຮູບແບບ, ການຮ່າງເອກະສານທຸກປະເພດ, ການເຂົ້າ – ອອກຂອງເອກະສານໃຫ້ກັບຄະນະນຳຫ້ອງການ ແລະ ຄະນະນຳກະຊວງ, ການຈໍລະຈອນເອກະສານພາຍໃນຫ້ອງການຂອງບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງ ອຄ ແລະ ປະເດັນທີ່ປິ່ນອ້ອມ.