ການປູກຜັກຕໍານິນໄວ້ສຳລັບບໍລິໂພກ

260

ຜັກຕໍານິນ ເປັນຜັກທີ່ມີສັບພະຄຸນທາງຢາ, ປູກງ່າຍ ແລະ ບົວລະບັດຮັກສາບໍ່ຫຍຸ້ງຍາກ, ສາມາດນຳມາປຸງແຕ່ງອາຫານໄດ້ຫຼາຍຢ່າງ. ຄໍລຳກະສິກຳມື້ນີ້ຈະມານຳສະເໜີວິທີປູກຜັກຕຳນິນໄວ້ບໍລິໂພກ ເຊິ່ງມີຂັ້ນຕອນດັ່ງລຸ່ມນີ້:

1 ການເລືອກເຄືອ: ໃຫ້ເລືອກ ແລະ ຕັດເອົາເຄືອຂອງຜັກຕຳນິນ ຍາວປະມານ 20 – 25 ຊັງຕີແມັດ ແລ້ວນຳເອົາມາປູກ ໂດຍຝັງທາງກົກລົງດິນເລິກ 10 ຊັງຕີແມັດ.

2 ການບົວລະບັດຮັກສາ: ແມ່ນຫົດນໍ້າໃຫ້ພຽງພໍໃນໄລຍະປູກໃໝ່ ຈົນກວ່າເຄືອຕຳນິນຈະປົ່ງອອກມາ ແລ້ວຫົດນໍ້າໜ້ອຍລົງ; ຖ້າເຄືອປົ່ງອອກຍາວສາມາດຕັດຍອດອອກເພື່ອໃຫ້ແຕກງ່າຫຼາຍ ແລະ ເລືອຂຶ້ນຕາມຮາວ, ຮ້ານ ຫຼື ຊັ່ງ ( ຄ້າງ ), ຖ້າຮົ້ວທີ່ແໜ້ນໜາໃຫ້ຂຶ້ນຕາມຮົ້ວກໍໄດ້; ສີດຢາໝັກສະໝຸນໄພປ້ອງກັນພະຍາດ ແລະ ແມງໄມ້.

3 ການເກັບກ່ຽວ: ເມື່ອເຫັນວ່າຜັກຕຳນິນປົ່ງອອກຍອດແລ້ວ ແມ່ນໃຫ້ເກັບຍອດ ແລະ ໃບອ່ອນໂດຍໃຊ້ມີດຕັດເອງ.

4 ການເກັບ ແລະ ຮັກສາໄວ້ກິນຍາວນານ: ຜັກຕໍານິນເປັນຜັກທີ່ປູກງ່າຍ, ຮັກສາງ່າຍຖ້າບົວລະບັດຕົ້ນໃຫ້ມີຄວາມຊຸ່ມພຽງພໍແມ່ນສາມາດປົ່ງຍອດ ແລະ ເກັບກິນໄດ້ເກືອບຕະຫຼອດປີ.

5 ດ້ານຄຸນຄ່າທາງໂພຊະນາການ: ເປັນຜັກທີ່ມີແຄວຊຽມ, ທາດເຫຼັກ, ວິຕາມິນບີ 3 ( B3 ), ວິຕາມິນຊີ ( C ), ຊ່ວຍປ້ອງກັນການເກີດມະເຮັງ, ປິ່ນປົວພະຍາດເບົາຫວານ, ປ້ອງກັນພະຍາດເລືອດຈາງ, ພະຍາດຫົວໃຈ, ຊ່ວຍບໍາລຸງສາຍຕາ, ບໍາລຸງເລືອດ, ຫຼຸດນໍ້າຕານໃນເລືອດ, ບໍາລຸງຜິວ, ການໝູນວຽນຂອງເລືອດ. ນອກຈາກນັ້ນ, ຍັງແກ້ພິດແມງໄມ້ ຫຼື ສັດກັດຕອດ ໂດຍສະເພາະທາດເຫຼັກຈໍາເປັນຫຼາຍສໍາລັບແມ່ຍິງໄວຈະເລີນພັນ ແລະ ແມ່ຍິງຖືພາ ທ່ານສາມາດເອົາມາປູກໄວ້ສຳລັບບໍລິໂພກໄດ້.

ຂໍ້ມູນຈາກ: ປຶ້ມການຜະລິດກະສິກໍາຂອງສະຖານການສຶກສາ