ປະກາດເລື່ອນຊັ້ນໃຫ້ນາຍທະຫານ ຢູ່ວິທະຍາຄານກົມມະດໍາ ໃນນີ້ເລື່ອນຊັ້ນ ຮ້ອຍເອກ ຂຶ້ນພັນຕີ 38 ສະຫາຍ

322

ວັນທີ 24 ກັນຍາ 2020 ນີ້ ວິທະຍາຄານກົມມະດໍາ ໄດ້ຈັດຕັ້ງພິທີປະກາດເລື່ອນຊັ້ນ ໃຫ້ນາຍທະຫານ ທົ່ວວິທະຍາຄານ  ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ພົນຈັດຕະວາ ບຸນຈັນ ລາດສະວົງ ຫົວຫນ້າການທະຫານ ວິທະຍາຄານກົມມະດໍາ ; ມີບັນດາ ຄະນະພັກ, ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ໃຫມ່ເຂົ້າຮ່ວມ.

ສະຫາຍ ພັນໂທ ອໍາພອນ ສີໂສພົດ ຫົວຫນ້າ ພະແນກພະນັກງານ ວິທະຍາຄານກົມມະດໍາ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍການເລື່ອນຊັ້ນທະຫານ ຢູ່ວິທະຍາຄານກົມມະດໍາ, ວ່າດ້ວຍກົດຫມາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II ຫມວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ເພື່ອເປັນການປັບປຸງກໍ່ສ້າງກໍາລັງ, ກໍ່ສ້າງກົມ ກອງໃຫ້ມີຄວາມຫນັກແຫນ້ນ ເຂັ້ມແຂງ , ແທດເຫມາະກັບສະພາບ ເງື່ອນໄຂຕົວຈິງ ຂອງປະເທດ ຊາດ ແລະ ສະພາບແວດລ້ອມ ຂອງກໍາລັງປະກອບອາວຸດ ແລະ ເປັນການຊຸກຍູ້ນໍ້າໃຈ ປະຕິວັດ ຂອງພະນັກງານ ໃນຖັນແຖວກອງທັບ ໃຫ້ສູງຂຶ້ນ.

ໄດ້ຕົກລົງ ເລື່ອນຊັ້ນໃຫ້ນາຍ ທະຫານຈໍານວນ 135 ສະຫາຍ, ເຊິ່ງປະກອບມີ ເລື່ອນຊັ້ນ ຮ້ອຍເອກ ຂຶ້ນພັນຕີ ຈໍານວນ 38 ສະຫາຍ, ທຽບຊັ້ນ ຮ້ອຍເອກ ຂຶ້ນພັນຕີ ຈໍານວນ 33 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຮ້ອຍເອກ ຈໍານວນ 33 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 31 ສະຫາຍ.

ຕອນທ້າຍ ພິທີ ທ່ານ ພົນຈັດຕະວາ ບຸນຈັນ ລາດສະວົງ ຫົວຫນ້າການທະຫານ ວິທະຍາຄານກົມມະດໍາ ໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຜົນງານ ທີ່ສະຫາຍ ຍາດມາໄດ້ ໃນໄລຍະຜ່ານມາ ,ພ້ອມທັງ ຮຽກຮ້ອງ ໃຫ້ພະນັກງານ ທຸກສະຫາຍ ທີ່ ໄດ້ຮັບການ ເລື່ອນຊັ້ນໃຫມ່ ຕ້ອງໄດ້ເພີ່ມທະວີ ນໍ້າໃຈ ຄວາມຮັບຜິດຊອບ , ສຸມທຸກເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ ຄວາມສາມາດ ເຂົ້າໃນກາ ຈັດຕັ້ງປະຕິບັດຫນ້າທີ່ການ ມືອງຂອງຕົນ, ຂອງກົມກອງ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີແນວຄິດ ການເມືອງຫນັກແຫນ້ນ ມີຄຸນສົມບັດ, ສິນທໍາປະຕິວັດ, ມີຄວາມອຸ່ນອ່ຽນ ທຸ່ນທ່ຽງ, ມີນໍ້າໃຈ ບໍລິສຸດ ສັດຊື່, ມີສະຕິຕໍ່ການຈັດຕັ້ງ.

ເອົາໃຈໃສ່ ປະຕິບັດຂໍ້ກໍານົດກົດລະບຽບ ໃຫ້ເຂັ້ມງວດ, ມີຄວາມຕື່ນຕົວໃນການ ຊອກຮູ້ຮໍ່າຮຽນ ເອົາປະສົບການ ຈາກຫມູ່ເພື່ອນ ແລະ ການຈັດຕັ້ງ ທຸກພາກສ່ວນ ພ້ອມກັນປັບປຸງ ກໍ່ສ້າງ ກອງທັບ ໃຫ້ກ້າວຂຶ້ນ ເປັນກອງທັບປະຕິວັດ ແລະ ມີແບບແຜນ ທີ່ທັນສະໄຫມ ກ້າວຂຶ້ນໄປເລື້ອຍໆ.


ຂ່າວ-ພາບ : ຮ້ອຍໂທ ສ່ວນບຸບຜາ ທິບທິດາ