ສະຕາຟີນເທັກ ຈັບມື ບໍລິສັດ ແວວຄຳ ເພື່ອຊຳລະສິນເຊື່ອຜ່ານ u-money

383

ເພື່ອສ້າງເງື່ອນໄຂໃຫ້ກັບລູກຄ້າ ໃນການຊຳລະຄ່າບໍລິການ ເຊົ່າສິນເຊື່ອ, ບໍລິສັດ ແວວຄໍາ ເຊົ່າສິນເຊື່ອລາວ ໄດ້ເຊັນສັນຍາກັບ ບໍລິສັດ ສະຕາຟິນເທັກ ເຮັດການຊຳລະສິນເຊື່ອຜ່ານ ບໍລິການ u-money.


ໃນວັນທີ 23 ກັນຍາ 2020 ທີ່ສຳນັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ໄດ້ມີພິທີເຊັນສັນຍາ ວ່າດ້ວຍ ການຊຳລະສິນເຊື່ອຜ່ານ ບໍລິການ u-money ລະຫວ່າງ ບໍລິສັດ ສະຕາ ຟີນເທັກ ຈໍາກັດຜູ້ດຽວ ແລະ ບໍລິສັດ ແວວຄຳ ເຊົ່າສິນເຊື່ອ ລາວ ຈຳກັດ ເພື່ອສ້າງເງື່ອນໄຂການຊຳລະຄ່າບໍລິການ ເຊົ່າສິນເຊື່ອຂອງ ບໍລິສັດ ແວວຄໍາ ເຊົ່າສິນເຊື່ອ ລາວ ໂດຍຜ່ານການບໍລິການ u-money.

ຕາງໜ້າລົງນາມໂດຍ ທ່ານ ຊາງ ບົກ ຈອງ ຜູ້ອໍານວຍການໃຫຍ່ ບໍລິສັດ ແວວຄໍາ ເຊົ່າສິນເຊື່ອ ລາວ ຈຳກັດ ແລະ ທ່ານ ເຈີ່ນ ມິງ ດຶກ ຮອງອໍານວຍການ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ເຂົ້າຮ່ວມເປັນສັກຂີພິຍານ ຕາງໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານເເຫ່ງ ສປປ ລາວ, ທ່ານ ລີວແມ້ງຮ່າ ຜູ້ອໍານວຍການ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ, ຄະນະພະແນກ, ຄະນະສູນ ບໍລິສັດ ແວວຄໍາ ເຊົ່າສິນເຊື່ອ ລາວ ຈໍາກັດ, ບໍລິສັດ ສະຕາ ຟີນເທັກ ແລະ ບໍລິສັດ ສະຕາ ໂທລະຄົມ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ.

ຈຸດປະສົງໃນການເຊັນສັນຍາຄັ້ງນີ້ ເພື່ອສ້າງເງື່ອນໄຂການຊຳລະໃຫ້ກັບລູກຄ້າ, ຊຳລະຄ່າບໍລິການ ເຊົ່າສິນເຊື່ອຂອງ ບໍລິສັດ ແວວຄໍາ ເຊົ່າສິນເຊື່ອລາວ ໂດຍຜ່ານການບໍລິການ u-money ເຊິ່ງເປັນອີກໜຶ່ງບາດກ້າວແຫ່ງການພັດທະນາກະເປົາເງິນເອເລັກໂທນິກ u-money ແລະ ເປັນຄັ້ງທໍາອິດຂອງກະເປົາເງິນເອເລັກໂທນິກໃນລາວ ທີ່ຈະສາມາດຊຳລະຄ່າເຊົ່າສິນເຊື່ອໄດ້ ໃນໄວໆນີ້.

ແວວຄໍາ ເຊົ່າສິນເຊື່ອລາວ ເປັນບໍລິສັດສະໜອງການເຊົ່າສິນເຊື່ອ ເຊິ່ງປັດຈຸບັນແມ່ນໃຫ້ເຊົ່າສິນເຊື່ອລົດຈັກ ແລະ ການບໍລິການໃຫ້ແກ່ປະຊາຊົນ ເຊິ່ງທາງບໍລິສັດ ໄດ້ເປີດດຳເນີນທຸລະກິດໃນລາວ ມາແຕ່ເດືອນຕຸລາ 2016 ເປັນຕົ້ນມາ ໄດ້ຮັບການສະໜັບສະໜູນຈາກ Welcome Financial Group ໃນ ສ.ເກົາຫຼີ ແລະ ດ້ວຍປະສົບການມາຫຼາຍປີ ບໍລິສັດ ແວວຄໍາ ເຊົ່າສິນເຊື່ອ ລາວ ຈະບໍ່ຢຸດຢັ້ງໃນການພັດທະນາບໍລິການໃຫ້ດີຂຶ້ນເທື່ອລະກ້າວ ເພື່ອຕອບສະໜອງຄວາມຕ້ອງການແກ່ຜູ້ບໍລິໂພກ ດ້ວຍຈຸດປະສົງເປົ້າໝາຍກາຍເປັນສະຖາບັນການເງິນທີ່ດີທີ່ສຸດອີກແຫ່ງໜຶ່ງໃນ ສປປ ລາວ.

ບໍລິສັດ ສະຕາ ຟີນເທັກ ພາຍໃຕ້ເຄື່ອງໝາຍການຄ້າ u-money ເປັນບໍລິສັດໃນເຄືອຂອງ ບໍລິສັດ ສະຕາ ໂທລະຄົມ ເຊິ່ງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົາເງິນເອເລັກໂຕຼນິກ ຢ່າງເປັນທາງການຕັ້ງແຕ່ ປີ 2019 ເຊິ່ງການໃຫ້ບໍລິການດັ່ງກ່າວນີ້ ຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າ, ປະຊາຊົນທົ່ວໄປ ທີ່ອາໄສຢູ່ທຸກຂົງເຂດ ທົ່ວປະເທດລາວ ສາມາດເຂົ້າເຖິງທະນາຄານແບບດີຈີຕອນ ໄດ້ຢ່າງງ່າຍດາຍທີ່ສຸດ.

ທັງນີ້, ໃນໄລຍະຜ່ານມາ ບໍລິສັດ ສະຕາ ຟີນເທັກ ໄດ້ເຊັນສັນຍາຮ່ວມມືກັບບັນດາທະນາຄານໃຫຍ່ໆເພື່ອເຊື່ອມຕໍ່ການບໍລິການເຂົ້າຫາທະນາຄານ ເຊັ່ນ: ທະນາຄານ ຫຸ້ນສ່ວນການຄ້າທະຫານ – ສາຂາລາວ, ທະນາຄານ ຮ່ວມພັດທະນາ, ທະນາຄານ ເອຊີລີດາ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ໃນປັດຈຸບັນຍັງສາມາດ ໂອນເງິນ ລະຫ່ວາງ ບັນຊີ u-money, ບັນຊີທະນາຄານ ລາວ – ຫວຽດ ແລະ ບັນຊີ u-money – ບັນຊີທະນາຄານ ມາຣູຮານ ເຈແປນລາວ. ນອກນັ້ນ, ຍັງສາມາດເຊື່ອມຕໍ່ການ ຊໍາລະຄ່າປະກັນໄພ ລາວ – ຫວຽດ, ເຊິ່ງ u-money ຈະບໍ່ຢຸດຢັ້ງໃນການພັດທະນາການບໍລິການ ເພື່ອເພີ່ມຄວາມສະດວກສະບາຍໃຫ້ຜູ້ຊົມໃຊ້.