ທ້າຍປີນີ້ ເຂດພັດທະນາກວມລວມໄຊເຊດຖາ ຈະສາມາດສ້າງວຽກເຮັດງານທໍາໄດ້ອີກຫຼາຍກວ່າ 5ພັນຄົນ

204

ປັດຈຸບັນເຂດພັດທະນາກວມລວມໄຊເສດຖາ ສາມາດສ້າງວຽກເຮັດງານທໍາໄດ້ເຖິງ 1.500 ຄົນ ໃນນັ້ນ ກວມ 80% ແມ່ນຄົນ ແລະ ໃນທ້າຍປີນີ້ ຄາດວ່າຈະມີແຮງງານເພີ່ມຂຶ້ນອີກຫຼາຍກວ່າ 5.000ຄົນ.

ໃນວັນທີ 23 ກັນຍາ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ຂຽງຄຳ ພຸດຈັນທະວົງ ສາ ຮອງອຳນວຍການບໍລິສັດ ຮ່ວມລົງທຶນລາວ-ຈີນ ເຂດພັດທະນາກວມລວມໄຊເຊດຖາ ໄດ້ໃຫ້ສຳພາດ ມີບາງຕອນສຳຄັນວ່າ: ປັດຈຸບັນ, ໂຄງການພັດທະນາກວມລວມໄຊເຊດຖາ ສໍາເລັດການລົງທຶນ 1,2 ຕື້ໂດລາສະຫະລັດ.

ໃນນັ້ນ, ມີການລົງທຶນດ້ານພື້ນຖານໂຄງລ່າງ 530 ລ້ານໂດລະສະຫະລັດ, ມີຫົວໜ່ວຍວິສາຫະກິດ ທີ່ຈົດທະບຽນເຂົ້າມາລົງທຶນໃນເຂດ ລວມທັງໝົດ 82 ຫົວໜ່ວຍ ແລະ ເປັນວິສາຫະກິດ ທີ່ມາຈາກ 7 ປະເທດ ໃນພາກພື້ນທົ່ວໂລກ, ສາມາດສ້າງວຽກເຮັດງານທໍາໄດ້ 1.500 ຄົນ ໃນນັ້ນຄົນລາວ ກວມ 80% ແລະ ໃນທ້າຍປີນີ້ ຈະເພີ່ມຂຶ້ນອີກຫລາຍກວ່າ 5.000 ກວ່າຄົນ.

ການພັດທະນາຂອງໂຄງການ ແມ່ນຈັດຕັ້ງປະຕິບັດຕາມແຜນທິດສະດີ ພັດທະນາສຸມໃສ່ການພັດທະນາຂະແໜງການອຸດສາຫະກໍາ ພັດທະນາເປັນຕົວເມືອງແບບກົມກຽວກັນ, ໂດຍການແບ່ງວຽກງານກໍ່ສ້າງອອກເປັນ 3 ໄລຍະ ໃນການພັດທະນາ. ໄລຍະທີ 1 ແມ່ນສຸມໃສ່ໃນການພັດທະນາ ໃນຂະແໜງການອຸດສາຫະກໍາ, ໄລຍະທີ 2 ແລະ 3 ແມ່ນພັດທະນາໃນຂະແໜງການຂົນສົ່ງ, ເຂດການຄ້າ, ເຂດທີ່ຢູ່ອາໃສ, ເຂດທ່ອງທ່ຽວ ແລະ ຈະພະຍາຍາມສ້າງເປັນຕົວເມືອງໃໝ່ ຂອງນະຄອນຫລວງວຽງຈັນ.

ໃນປັດຈຸບັນ, ທາງໂຄງການ ໄດ້ສໍາເລັດການພັດທະນາພື້ນຖານໂຄງລ່າງ ກວມເອົາເນື້ອທີ່ 400 ເຮັກຕາ, ລວມທັງຜົນສໍາເລັດການກໍ່ສ້າງໃນໄລຍະທີ 1 ເຊັ່ນ: ບັນດາເສັ້ນທາງເຊື່ອນຈອດ, ເຂດສີຂຽວ, ລະບົບທໍ່ນໍ້າລວມ, ໂຄງການສະຖານີໄຟຟ້າ 115 ກິໂລວັດ. ສໍາເລັດການກໍ່ສ້າງໂຮງງານມາດຕະຖານ ໂດຍມີເນື້ອທີ່ 80.000 ຕາແມັດ, ສໍາເລັດການກໍ່ສ້າງຕຶກຫໍພັກພະນັກງານ ເພື່ອຮັບຮອງ ແລະ ສາມາດຕອບສະໜອງການບໍລິການ ພື້ນຖານຄວາມຕ້ອງການດ້ານການບໍລິການ ໃຫ້ບັນດາວິສາ ຫະກິດຕ່າງໆໃນເຂດ. ເຊິ່ງໃນປັດຈຸບັນ, ໂຄງການເຂດພັດທະນາພວກເຮົາ ກໍາລັງດໍາເນີນວຽກງານການພັດທະນາໂຄງການ ໃນໄລຍະທີ 2 ແລະ 3 ຄື: ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການກໍ່ ສ້າງເຂດລິເລີ່ມຕົວເມືອງໃໝ່.

ທ່ານ ຂຽງຄຳ ພຸດຈັນທະວົງສາ ໃຫ້ຮູ້ຕື່ມວ່າ: ເຂດພັດທະນາກວມລວມໄຊເຊດຖາ ຕັ້ງຢູ່ໃຈການເມືອງ ຂອງນະຄອນຫລວງວຽງຈັນ, ເຊິ່ງກວມເນື້ອທີ່ທັງໝົດ 1.149 ເຮັກຕາ, ແຜນການລົງທຶນທັງໝົດ 5 ຕື້ໂດລາສະຫະລັດ. ເປັນໂຄງການທີ່ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນ ແຂວງຢູນານ ຫຸ້ນສ່ວນຈໍາກັດ ກັບອົງການນະຄອນຫລວງວຽງຈັນ ຮ່ວມທຶນກັນສ້າງຕັ້ງຂຶ້ນ ແລະ ເປັນໂຄງການຮ່ວມມືລະດັບປະເທດ ທີ່ສອງລັດຖະບານລາວ-ຈີນ ໄດ້ຮັບຮູ້ຮ່ວມກັນ, ຍັງເປັນເຂດເສດຖະກິດການຄ້າຕ່າງ ປະເທດໜຶ່ງດຽວຂອງຈີນ ຢູ່ໃນ ສປປ ລາວ.

ປັດຈຸບັນ, ເຂດພັດທະນາກວມລວມໄຊເຊດຖາ ເປັນເຂດໜຶ່ງ ທີ່ເປັນແຫລ່ງດຶງດູດນັກລົງທຶນຕ່າງປະເທດ ເຂົ້າມາລົງທຶນຢູ່ໃນປະເທດລາວຂອງພວກເຮົາ ໃຫ້ນັບມື້ນັບຫລາຍຂຶ້ນ, ໂດຍມີຫລາຍຫົວໜ່ວຍທີ່ເຂົ້າມາລົງທຶນແລ້ວ ຄື: ບໍລິສັດໂຮຢາ ຂອງຍີ່ປຸ່ນ, ບໍລິສັດ ເປໂຕຣ ເຄມີລາວ ຈໍາກັດ, ບໍລິສັດຢາສູບ ລາວ-ຈີນ, ບໍລິສັດ ຄວາມຫວັງໃໝ່, ບໍລິສັດ ໂກເດີນ ລາວ ແລະ ບໍລິສັດອື່ນໆ ທີ່ມີຊື່ສຽງໃນພາກພື້ນ ແລະ ໄດ້ສ້າງເງື່ອນໄຂໜຶ່ງໃນການພັດທະນາໃຫ້ວຽກງານຂະແໜງອຸດສາຫະກໍາຂອງ ສປປ ລາວ ໃຫ້ມີຄວາມອຸດົມສົມບູນຂຶ້ນກວ່າເກົ່າ.

ຂໍ້ມູນຈາກ: ຂ່າວສານປະເທດລາວ