ບົດຮຽນຈາກຊຽງຮ່ອນ ໜຶ່ງສາເຫດການລະບາດຂອງອະຫິວາໝູອາຟຣິກາຍ້ອນການຊື້ສັດຈາກທີ່ອື່ນ

241

ເມືອງຊຽງຮ່ອນ ແຂວງໄຊຍະບູລີ ມາຮອດປະຈຸບັນໄດ້ມີໝູຫຼາຍຮ້ອຍໂຕທີ່ໄດ້ຕາຍຍ້ອນພະຍາດລະບາດຂອງອະຫິວາໝູອາຟຣິກາ ເຊິ່ງເປັນທີ່ເສົ້າໃຈສຳລັບອຸດສາຫະກຳລ້ຽງໝູໃນເມືອງດັ່ງກ່າວ ໂດຍເຈົ້າໜ້າທີ່ເຜີຍເຖິງສາເຫດທີ່ເຮັດໃຫ້ພະຍາດລຸກລາມຢ່າງໄວວາໃນຊຽງຮ່ອນແມ່ນມາຈາກສະພາບດິນຟ້າອາກາດມີການປ່ຽນແປງກະທັນຫັນ ສັດລ້ຽງມີການຂາດແຄນອາຫານ ບວກໃສ່ເຈົ້າຂອງສັດຈຳນວນໜຶ່ງ ຍັງຖືເບົາຕໍ່ການຮັກສາສຸຂະພາບສັດ ຂອງຕົນເອງ, ຜູ້ປະກອບການບາງພາກສ່ວນ ບໍ່ໄດ້ເອົາໃຈໃສ່ຕໍ່ການປະຕິບັດຕາມການຄຸ້ມຄອງ ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດທີ່ວາງອອກ ຍັງມີການການ ຊື້ສັດມາຈາກບ່ອນທີ່ມີການລະບາດຂອງພະຍາດຈຶ່ງເປັນທີ່ມາຂອງການລະບາດຂອງພະຍາດຢ່າງກະທັນຫັນ.

ໂດຍທາງວິຊາການທີ່ໄດ້ລົງເກັບກຳຂໍ້ມູນ ການລະບາດຂອງພະຍາດ ດັ່ງກ່າວໃຫ້ຮູ້ວ່າ: ການລະບາດຂອງພະຍາດໄດ້ແຜ່ລາມໄວທີສຸດ ແລະ ແຜ່ລາມແລ້ວ 13 ບ້ານພາຍໃນເມືອງຊຽງຮ່ອນຄື: ບ້ານ ແກ່ນ, ບ້ານສາມັກຄີໄຊ, ບ້ານ ດອນເຟືອງ, ບ້ານ ຂິ່ງ, ບ້ານ ລາວສະໂນ, ບ້ານ ນໍ້າກອກ, ບ້ານ ນາອອນ, ບ້ານ ຫົວນາ, ບ້ານ ດົງ, ບ້ານ ຫ້ວຍຮາກ, ບ້ານ ຊ້າງ, ບ້ານ ຄໍ້າ ແລະ ບ້ານ ນ້ຳຄ່ອມ ມີໝູຕາຍທັງໝົດ 195 ໂຕ.


ປະຈຸບັນທາງວິຊາການສັດຕະແພດ ແລະ ການນຳຂັ້ນເມືອງ ໄດ້ລົງລະດົມແນວຄິດ ຜູ້ທີ່ລ້ຽງໝູ ໃຫ້ການຮ່ວມມືກັບວິຊາການ ແລະ ອອກນິຕິກຳຕ່າງໆ ເພື່ອເປັນການສະກັດກັ້ນການແຜ່ລາມອອກເປັນວົງກວ້າງ ພ້ອມທັງທຳລາຍໝູທີ່ຕິດເຊື້ອຢູ່ບ້ານແກ່ນ ຈຳນວນ 216 ໂຕ ນ້ຳໜັກ 5.393 ກິໂລກຼາມ ແລະ ບ້ານສາມັກຄີໄຊ ຈໍານວນ 31 ໂຕ ນໍ້າໜັກ 804 ກິໂລກຼາມ ລວມມູນຄ່າໝູທີ່ທຳລາຍທັງໝົດ 200 ລ້ານກວ່າກີບ.

ພ້ອມດຽວກັນນີ້ໄດ້ມີທິດຊີ້ນຳໃຫ້ອຳນາດການປົກຄອງແຕ່ລະບ້ານ ແລະ ຂະແໜງການທີ່ກ່ຽວຂ້ອງ ຂັ້ນເມືອງ, ຂັ້ນແຂວງເປັນຕົ້ນແມ່ນວິຊາການສັດຕະວະແພດຂອງຫ້ອງການກະສິກໍາ ແລະປ່າໄມ້ເມືອງ, ແຂວງໃຫ້ເອົາໃຈໃສ ເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດສັດເປັນພິເສດ.