ເຈົ້າແຂວງໄຊຍະບູລີເນັ້ນເມືອງຄອບ ໃຫ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

140

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຄອບ ວັນທີ 24 ກັນຍາ 2020 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ໄດ້ເນັ້ນໜັກໃຫ້ການນໍາທຸກພາກສ່ວນຂອງເມືອງ ຈົ່ງເອົາໃຈໃສ່ໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຮັບປະກັນໃຫ້ມີຄວາມສະຫງົບຮອບດ້ານຕາມຊາຍແດນ, ເກັບກໍາສະພາບຈຸດພິເສດຂອງປະຊາຊົນຢູ່ແຕ່ລະບ້ານລຽບຕາມຊາຍແດນ, ເອົາໃຈໃສ່ເຝົ້າລະວັງການລະບາດຂອງພະຍາດ ອະຫິວາໝູອາຟຣິກາ, ພ້ອມທັງເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວ ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ, ລົງຊີ້ນໍາປະຊາຊົນຢ່າງໃກ້ຊິດ ໃນການບົວລະບັດຮັກສາພືດລະດູຝົນ, ກະກຽມແກ່ການຜະລິດລະດູແລ້ງ ແລະ ເຝົ້າລະວັງສະພາບການປ່ຽນແປງຂອງດິນຟ້າອາກາດ.


ໂອກາດດັ່ງກ່າວ ທ່ານ ແພງຊ້ອຍ ແພງເມືອງ ເຈົ້າເມືອງເມືອງຄອບ ກໍ່ໄດ້ລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2020 ໂດຍລວມແລ້ວເມືອງຄອບ ແມ່ນຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ອັນເປັນເງື່ອນໄຂເຮັດໃຫ້ເສດຖະກິດຂອງເມືອງຍັງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 7,5%.

.

ພ້ອມທັງໄດ້ລາຍງານສະພາບການແຜ່ລະບາດຂອງພະບາດອະຫິວາໝູອາຟຣິກາທີ່ກໍາລັງລະບາດຢູ່ 4 ເມືອງເໜືອຂອງແຂວງ ໄຊຍະບູລີ, ໂດຍສະເພາະແມ່ນ ເມືອງຄອບ, ປັດຈຸບັນ ເມືອງຄອບ ມີໝູຕາຍແລ້ວຢູ່ 2 ຈຸດຄື: ບ້ານເຄິ່ງຫລັກຄໍາ ມີໝູຕາຍ 7 ໂຕ ໃນລະຫວ່າງວັນທີ 11-13 ກັນຍາ ແລະ ບ້ານມ່ວງດອນມູນ ມີໝູຕາຍ 4 ໂຕ ໃນລະຫວ່າງວັນທີ 20-21 ກັນຍາ 2020 ນີ້, ສາເຫດການຕາຍຂອງໝູແມ່ນມີອາການຄ້າຍຄືໝູຕິດພະຍາດອະຫິວາໝູອາຟຣິກາ, ມາຮອດປັດຈຸບັນ ພາກສ່ວນກ່ຽວຂ້ອງ ໄດ້ລົງພື້ນທີ່, ພ້ອມທັງໄດ້ນໍາເອົາຊິ້ນສ່ວນຂອງໝູຕາຍສົ່ງໄປວິໄຈຢູ່ ນະຄອນຫລວງວຽງຈັນ ແລະ ໄດ້ກໍານົດເອົາເຂດດັ່ງກ່າວເປັນເຂດແດງເພື່ອເຝົ້າລະວັງ.

ໃນໂອກາດດຽວກັນ, ທ່ານເຈົ້າແຂວງ ກໍໄດ້ຢ້ຽມຢາມໂຄງການລ້ຽງງົວ ແລະ ສວນຢາງພະລາຂອງປະຊາຊົນຢູ່ເຂດບ້ານດອນຕັນ ຕື່ມອີກ.

ຂໍ້ມູນຈາກ: ອຸ່ນເຮືອນ ໂພທິລັກ