ໄນກີ້ ກຽມຂາຍສິນຄ້າທາງອອນລາຍຖາວອນ

104

ໄນກີ້ ບໍລິສັດຜູ້ຜະລິດ ແລະ ຈຳໜ່າຍເສື້ອຜ້າ ແລະ ອຸປະກອນກີລາຊັ້ນນຳຂອງໂລກ ກຽມຈຳໜ່າຍສິນຄ້າທາງອອນລາຍເປັນການຖາວອນ ຫຼັງຍອດຂາຍທາງອອນລາຍເພີ່ມຂຶ້ນ ໃນໄລຍະເດືອນມິຖຸນາ – ເດືອນສິງຫາຜ່ານມາ ໂດຍຕະຫຼາດຫຼັກໆລວມທັງຕະຫຼາດຈີນ ເພີ່ມຂຶ້ນ 82% ເຮັດໃຫ້ຍອດມູນຄ່າຂາຍສິນຄ້າ ທະລຸ 10,6 ຕື້ໂດລາສະຫະລັດ.

ຜູ້ບໍລິຫານບໍລິສັດໄນກີ້ ເປີດເຜີຍວ່າ: ມີຄວາມເປັນໄປໄດ້ສູງທີ່ບໍລິສັດຈະຫັນໄປຈຳໜ່າຍສິນຄ້າທາງອອນລາຍເປັນການຖາວອນ ເພາະວ່າໃນການດຳລົງຊີວິດປົກກະຕິແບບໃໝ່ ຄົນໃນສັງຄົມໄດ້ຫັນມາສັ່ງຊື້ສິນຄ້າທາງອອນລາຍຫຼາຍຂຶ້ນ ແລະ ມີທ່າອ່ຽງວ່າຈະເພີ່ມຂຶ້ນເລື້ອຍໆ.