ເຟດ ຊີ້ເສດຖະກິດອາເມຣິກາ ຍັງບໍ່ມີຄວາມແນ່ນອນ

98

ທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ແລະ ທ່ານ ສະຕີຟເວັນ ມານູຊິນ ລັດຖະມົນຕີກະຊວງການເງິນສະຫະລັດ ໄດ້ເຂົ້າຊີ້ແຈງຕໍ່ກຳມາທິການບໍລິການການເງິນລັດຖະສະພາສະຫະລັດວ່າ: ເສດຖະກິດສະຫະລັດກຳລັງຟື້ນຕົວ ຫຼັງຕິດລົບໃນ 2 ໄຕມາດທຳອິດ ແຕ່ການຟື້ນຕົວຕ້ອງໃຊ້ເວລາອີກດົນ.

ປະທານເຟດ ກ່າວວ່າ: ມີສັນຍານບົ່ງຊີ້ວ່າເສດຖະກິດກຳລັງຟື້ນຕົວ ແຕ່ທັງຕົວເລກການຈ້າງງານ ແລະ ກິດຈະກຳທາງເສດຖະກິດໂດຍລວມຍັງຢູ່ລະດັບຕ່ຳ, ພ້ອມລະບຸວ່າເສດຖະກິດຂອງສະຫະລັດຍັງບໍ່ມີຄວາມແນ່ນອນ.

ແນວໃດກໍຕາມ, ປະທານເຟດ ກ່າວວ່າ: ເຟດຈະໃຊ້ເຄື່ອງມືທຸກຢ່າງ ເພື່ອປະຄອງເສດຖະກິດໃຫ້ກັບມາຟື້ນຕົວໃຫ້ໄດ້ ແລະ ເຄື່ອງມືເຫຼົ່ານັ້ນຈະຊ່ວຍຍູ້ດັນເສດຖະກິດຟື້ນຕົວຂຶ້ນຢ່າງແຂງແຮງ. ໃນຂະນະດຽວກັນກໍໄດ້ຢ້ຳເຖິງຄວາມຈຳເປັນໃນການໃຊ້ນະໂຍບາຍດ້ານການເງິນ ເພື່ອປ້ອງກັນ ຄວາມເສຍຫາຍຕໍ່ເສດຖະກິດໄລຍະຍາວ.

ປະທານເຟດ ກ່າວອີກວ່າ: ຂະນະນີ້ເຟດກຳລັງປ່ອຍກູ້ໃນວົງເງິນ 2 ພັນລ້ານໂດລາສະຫະລັດໃນໂຄງການ Main Street Lending Program ໃຫ້ພາກທຸລະກິດທີ່ບໍ່ສາມາດເຂົ້າເຖິງສິນເຊື່ອຈາກຊ່ອງທາງອື່ນ. ນອກຈາກນີ້, ເຟດ ຍັງປັບຫຼຸດອັດຕາດອກເບ້ຍນະໂຍບາຍລົງໃກ້ 0% ພ້ອມທັງເພີ່ມວົງເງິນໃນການເຂົ້າຊື້ພັນທະບັດຕາມມາດຕະການຜ່ອນຄາຍເຊີງປະລິມານ ( QE ) ເພື່ອກະຕຸ້ນເສດຖະກິດ.