ພິດໂຄວິດ ເຮັດໃຫ້ຮ້ານອາຫານທີ່ມີຊື່ສຽງໃນອາເມຣິກາ ຍື່ນລົ້ມລະລາຍ

186

ຮ້ານອາຫານ ຊິສເລີ ( Sizzler ) ເຊິ່ງເປັນຮ້ານອາຫານທີ່ມີຊື່ສຽງໃນສະຫະລັດອາເມຣິກາ ໄດ້ຍື່ນຕໍ່ສານລົ້ມລະລາຍ ພາຍໃຕ້ Chapter 11 ຕາມກົດໝາຍລົ້ມລະລາຍຂອງສະຫະລັດ.

ປະທານບໍລິສັດຊິສເລີ ກ່າວວ່າ: ການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ຮ້ານອາຫານຫຼາຍແຫ່ງ, ໃນນັ້ນຮ້ານຊິສເລີ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈົນບໍ່ສາມາດປະຄອງທຸລະກິດຕໍ່ໄປໄດ້ ຈຶ່ງຍື່ນຕໍ່ສານລົ້ມລະລາຍ ໂດຍຄາດວ່າຈະສຳເລັດພາຍໃນ 120 ວັນ ເພື່ອໃຫ້ຜູ້ທີ່ຈະຊື້ຕໍ່ແຟຣນຊາຍ ບໍ່ໄດ້ຮັບຜົນກະທົບຈາກການຍື່ນລົ້ມລະລາຍ.