ສິງກະໂປ ເລັ່ງສືບເສັ້ນທາງການເງິນຂອງທະນາຄານທີ່ສົງໄສຟອກເງິນ

147

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງຂໍ້ມູນຈາກທະນາຄານກາງສິງກະໂປ ( MAS ) ໃຫ້ຮູ້ວ່າ: ( MAS ) ກຳລັງເລັ່ງສືບສວນ – ສອບສວນວ່າມີທະນາຄານທຸລະກິດຂອງສິງກະະໂປ ໄປກ່ຽວຂ້ອງກັບທຸລະກຳໂອນເງິນທີ່ໜ້າສົງໄສຂອງໜ່ວຍງານສືບສວນອາດຊະຍາກຳຂອງສະຫະລັດອາເມຣິກາ ຫຼື ບໍ່?.

MAS ໄດ້ຮັບຊາບຈາກຂ່າວວ່າທະນາຄານທຸລະກິດບາງແຫ່ງຂອງສິງກະໂປ ໄດ້ຖືກລະບຸຢູ່ໃນລາຍງານການເຮັດທຸລະກຳໂອນເງິນທີ່ໜ້າສົງໄສ ໃນລາຍງານຂອງເຄືອຂ່າຍສືບສວນອາດຊະຍາກຳທາງການເງິນຂອງສະຫະລັດອາເມຣິກາ ( FinCen ) ເຖິງແມ່ນວ່າລາຍງານການເຮັດທຸລະກຳທີ່ໜ້າສົງໄສດັ່ງກ່າວບໍ່ໄດ້ລະບຸທີ່ຊັດເຈນວ່າ ເປັນການເຮັດທຸລະກຳທີ່ຜິດກົດໝາຍ ແຕ່ທະນາຄານກາງສິງກະໂປ ຈະນຳລາຍງານດັ່ງກ່າວມາວິເຄາະຢ່າງລະອຽດ ແລະ MAS ຈະດຳເນີນການຕາມຄວາມເໝາະສົມບົນພື້ນຖານການພິຈາລະນາທົບທວນລາຍງານດັ່ງກ່າວ.