ເຄັດລັບການປັບແນວຄິດ ເພື່ອຄວາມສົມດຸນກັບການເຮັດວຽກ

324

ຫາກເຮົາແບ່ງກິດຈະກຳໃນຊີວິດອອກເປັນສອງດ້ານ ໂດຍສະເພາະດ້ານການເຮັດວຽກ ເປັນຕົ້ນແມ່ນ: ໜ້າທີ່ການງານ, ຈຸດມຸ່ງໝາຍໃນຊີວິດ ແລະ ອື່ນໆ; ສ່ວນອີກດ້ານໜຶ່ງແມ່ນການໃຊ້ຊີວິດສ່ວນຕົວ ບໍ່ວ່າຈະເປັນຄວາມຄຽດຈາກການເຮັດວຽກໜັກເກີນໄປ, ສຸຂະພາບທີ່ທົດຖອຍ, ຄວາມທໍ້ຖອຍຈາກການບໍ່ມີຈຸດໝາຍປາຍທາງໃນຊີວິດ ຫຼື ຂາດ ຄວາມກ້າວໜ້າ. ຖ້າຫາກທ່ານຮູ້ສຶກວ່າໃນຊີວິດນີ້ຍັງຂາດດ້ານໃດດ້ານໜຶ່ງນັ້ນ ກໍຖືວ່າເປັນສັນຍານທີ່ບອກເຖິງຊີວິດທີ່ຂາດຄວາມສົມດຸນ ເຊິ່ງມື້ນີ້ເຮົາມີວິທີສ້າງຄວາມສົມດຸນຂອງຊີວິດ ແລະ ການເຮັດວຽກ ເພື່ອມາແບ່ງປັນ ດັ່ງລຸ່ມນີ້:

1). ຈັດລຽງລຳດັບຄວາມສຳຄັນໃນຊີວິດ:

ການຈັດລຽງລໍາດັບຄວາມສໍາຄັນໃນຊີວິດ ກໍເພື່ອທີ່ຈະໃຊ້ເປັນຫຼັກຖານເມື່ອຕ້ອງຕັດສິນໃຈວ່າຄວນຈະເຮັດຫຍັງກ່ອນ ເຊັ່ນ: ການເງິນ, ການງານ, ວຽກຄອບຄົວ ແລະ ອື່ນໆ ເຊິ່ງທ່ານຕ້ອງໄດ້ຈັດແບ່ງຄວາມສໍາຄັນເຫຼົ່ານັ້ນໃຫ້ລະອຽດ; ຫາກບໍ່ດັ່ງນັ້ນທ່ານຈະເຮັດວຽກບໍ່ສໍາເລັດຈັກຢ່າງ ແລະ ວຽກບໍ່ມີປະສິດທິພາບ ອັນນີ້ທ່ານຕ້ອງແຍກວຽກໃດຄວນເຮັດກ່ອນ ແລະ ອັນໃດຄວນປະຕິບັດນໍາຫຼັງ ຈຶ່ງສາມາດສໍາເລັດໜ້າທີ່ຕາມແຜນ.

2). ກຳນົດເປົ້າໝາຍຊີວິດ:

ການກໍານົດເປົ້າໝາຍໃນຊີວິດ ບໍ່ວ່າຈະເປັນດ້ານການເຮັດວຽກ ຫຼື ດ້ານຊີວິດສ່ວນຕົວ ເພື່ອບໍ່ໃຫ້ເຮົາໃຊ້ຊີວິດຢ່າງເລື່ອນລອຍຈົນເກີນໄປ ລວມທັງວາງແຜນເບິ່ງວ່າເຮົາມີຂັ້ນຕອນແນວໃດທີ່ຈະໄປຮອດເປົ້າໝາຍ ເຊັ່ນ: ຕັ້ງໃຈເຮັດທຸລະກິດຂາຍເຄື່ອງ, ເປີດຮ້ານຄ້າຮັບ – ສົ່ງເຄື່ອງ ໂດຍຜ່ານການຂາຍທາງເວັບໄຊ, ເພຈ໌ ແລະ ສື່ອອນລາຍຕ່າງໆ ທັງໝົດນີ້ຕ້ອງມີເປົ້າໝາຍລະອຽດຊັດເຈນຢ່າງເປັນລະບົບ ເມື່ອທ້າຍເດືອນເຮົາຈຶ່ງມາສະຫຼຸບວ່າໄດ້ກໍາໄລ ຫຼື ຂາດທຶນ.

3). ເປົ້າໝາຍການເຮັດວຽກ:

ເຮົາຄວນເວົ້າກ່ຽວກັບໜ້າທີ່ຄວາມຮັບຜິດຊອບໃຫ້ຫົວໜ້າ ຫຼື ຜູ້ບໍລິຫານອົງກອນໄດ້ຮັບຊາບ ລວມເຖິງເປົ້າໝາຍທີ່ຕ້ອງການຈະເຮັດໃນລະຫວ່າງປີ, ທັງນີ້ກໍເພື່ອຄວາມຊັດເຈນຂອງການປະເມີນຜົນງານ ຫາກມີຄວາມຈຳເປັນທາງດ້ານຄອບຄົວທີ່ອາດຈະສົ່ງຜົນຕໍ່ການເຮັດວຽກກໍຄວນບອກລ່ວງໜ້າ ແລະ ຫາຂໍ້ຕົກລົງຮ່ວມກັນ ເຊັ່ນ: ຖ້າວຽກອັນໃດທີ່ສາມາດຢືດຢຸ່ນໄດ້ໃນເວລາເຮັດວຽກ ເຮົາອາດຈະສະເໜີຂໍລາພັກ ແລະ ເຮັດວຽກລ່ວງໜ້າໄວ້ເປັນອາທິດ ເພື່ອຮັບປະກັນໜ້າວຽກບໍ່ໃຫ້ເກີດຂໍ້ຂາດຕົກບົກຜ່ອງ.

4). ຈັດລະບຽບຕາຕະລາງປະຈຳວັນ:

ຫຼາຍຄົນເຫັນວ່າກິດຈະກຳໃນຄອບຄົວເປັນສິ່ງທີ່ເອົາໄວ້ເຮັດນໍາຫຼັງກໍໄດ້ ເປັນຕົ້ນແມ່ນ: ວັນສໍາຄັນຂອງຄອບຄົວ, ວັນເກີດ, ງານບຸນ ແລະ ພິທີການຕ່າງໆ ຫາກຄອບຄົວສາມາດເຂົ້າໃຈກັນໄດ້ຖືວ່າເປັນເລື່ອງທີ່ດີ, ແຕ່ບາງຄົນພັດໃຫ້ຄວາມສໍາຄັນກັບຄອບຄົວເປັນພິເສດ ແຕ່ກໍຕ້ອງໄດ້ຜິດນັດ ເພາະມີວຽກເລັ່ງດ່ວນເຂົ້າມາ ຫຼື ເລື່ອນທຣິບທ່ອງທ່ຽວອອກໄປ, ໄປປະຊຸມຢູ່ຕ່າງປະເທດ ໂດຍບໍ່ໄດ້ບອກລ່ວງໜ້າ ເຊິ່ງການເຮັດແບບນີ້ນອກຈາກຈະເຮັດໃຫ້ເກີດຄວາມຮູ້ສຶກບໍ່ດີກັບຄົນໃນຄອບຄົວແລ້ວ ເຮົາເອງກໍເຮັດວຽກໄດ້ບໍ່ເຕັມທີ່ ເພາະຮູ້ສຶກກັງວົນຕະຫຼອດເວລາ ແລະ ສຸດທ້າຍແລ້ວບໍ່ມີຜົນດີຈັກຢ່າງ.

ດັ່ງນັ້ນ, ໃນກໍລະນີນອກເວລາເຮັດວຽກ ຫຼື ໄດ້ມີການຂໍລາພັກລ່ວງໜ້າໄວ້ແລ້ວ ຖ້າມີວຽກເຂົ້າມາກະທັນຫັນ ເຮົາຢ່າຮູ້ສຶກຜິດທີ່ຈະປະຕິເສດ ແລະ ຢ່າຢ້ານທີ່ຈະຖືກເບິ່ງວ່າບໍ່ທຸ່ມເທໃຫ້ກັບວຽກ ເພາະທຸກຄົນຕ່າງຕ້ອງມີຊີວິດສ່ວນຕົວ. ສະນັ້ນ, ຖ້າເຮົາບໍ່ໄດ້ບຽດບັງເວລາເຮັດວຽກ ເຮົາກໍບໍ່ຄວນໃຫ້ວຽກມາບຽດບັງເວລາສ່ວນຕົວເຮົາເຊັ່ນກັນ; ແຕ່ໃນກໍລະນີຖ້າເຮົາເປັນຫົວໜ້າມີວຽກເລັ່ງດ່ວນໃຫ້ລູກນ້ອງທີ່ຢູ່ໃນໄລຍະເວລາພັກເຮັດວຽກ ເຮົາຄວນໃຫ້ຄວາມເຄົາລົບກັບເວລາສ່ວນຕົວຂອງເຂົາ ແລະ ເພີ່ມຄ່າແຮງງານ ຫຼື ໂອທີໃຫ້ກັບເຂົາເຈົ້າ.

5). ວັນພັກກໍຄວນພັກຜ່ອນໃຫ້ເຕັມທີ່:

ບາງຄົນໃນວັນເສົາ – ອາທິດ ກໍໄດ້ມານັ່ງກວດອີເມວບໍລິສັດຕະຫຼອດເວລາ ແມ່ນແຕ່ນອກເວລາເຮັດວຽກຈົນເລີກກໍຍັງເອົາວຽກໄປເຮັດນຳຢູ່ເຮືອນ. ສະນັ້ນ, ເຮົາຕ້ອງຈັດສັນເວລາໃຫ້ກັບຕົນເອງ, ຄອບຄົວ ແລະ ເພື່ອນຮ່ວມງານໃຫ້ເປັນ ເພື່ອຈະໄດ້ຫາເວລາຢູ່ກັບຄົນທີ່ເຮົາຮັກ, ການສ້າງສາຍສໍາພັນທີ່ດີກັບສັງຄົມ ແລະ ການຊ່ວຍເຫຼືອສັງຄົມອື່ນໆ.