ຊຸກຍູ້ວຽກງານເກັບລາຍຮັບເຂົ້າງົບປະມານຢູ່ນະຄອນ ໄກສອນ ພົມວິຫານ

213

ວັນທີ 17 ກັນຍາ 2020 ນີ້ ທີ່ສະໂມສອນນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ທ່ານ ແສນສັກ ສຸລິສັກ ຫົວໜ້າພະແນກການເງິນແຂວງ ສະຫວັນນະເຂດ ພ້ອມຄະນະ ເຊິ່ງປະກອບມີຫົວໜ້າສ່ວຍສາອາກອນປະຈຳແຂວງ, ຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງ, ຫົວໜ້າຂະແໜງງົບປະມານແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານເກັບລາຍຮັບເຂົ້າງົບປະມານ ແລະ ຊຸກຍູ້ວຽກງານວິຊາສະເພາະຢູ່ນະຄອນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ສົມໝາຍ ສົງວິໄລ ຮອງເຈົ້ານະຄອນໄກສອນ ພົມວິຫານ.

ທ່ານ ສົມພອນ ນາມມະໂຄດ ຫົວໜ້າຫ້ອງການ – ການເງິນນະຄອນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດລາຍຮັບ – ລາຍຈ່າຍ 8 ເດືອນຕົ້ນປີ 2020 ທົ່ວນະຄອນ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 9,34 ຕື້ກວ່າກີບ ເທົ່າກັບ 92,95% ຂອງແຜນການ, ດ້ານລາຍຈ່າຍ ປະຕິບັດໄດ້ທັງໝົດ 1,93 ຕື້ກວ່າກີບ ເທົ່າກັບ 90,72%.

ຈາກນັ້ນ, ບັນດາທ່ານທີ່ມາຈາກພະແນກການເງິນແຂວງ ກໍໄດ້ຜັດປ່ຽນກັນຂຶ້ນແນະນຳ ພ້ອມທັງເຜີຍແຜ່ບັນດານິຕິກຳກ່ຽວກັບວຽກງານການເງິນ ແລະ ແຈ້ງການຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ປະຈຳປີ 2020, ມາດຕະການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 6 ເດືອນທ້າຍປີ 2020 ແລະ ຄຳແນະນຳວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ ປະຈຳປີ 2021.

ພ້ອມດຽວກັນນີ້, ທ່ານຫົວໜ້າພະແນກການເງິນແຂວງສະຫວັນນະເຂດ ພ້ອມຄະນະ ຍັງໄດ້ນຳເອົາເຄື່ອງໄຟຟ້າພະລັງງານແສງຕາເວັນ ຈຳນວນ 3 ຊຸດ, ເຄື່ອງພິມເອກະສານ 1 ຊຸດ ແລະ ເຄື່ອງກີລາຈຳນວນ 30 ຊຸດ ລວມມູນຄ່າທັງໝົດ 5,2 ລ້ານກີບ ມອບໃຫ້ນະຄອນ ໄກສອນ ພົມວິຫານ ນຳອີກ.