ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ແຂວງ ຫຼວງນໍ້າທາ ໄດ້ສໍາເລັດຊຸດຝຶກອົບຮົມໃຫ້ຄູຝຶກໃນການນໍາສະເໜີການຮຽນ – ການສອນສໍາລັບພະນັກງານໃນຂະແໜງການທ່ອງທ່ຽວຕາມແລວທາງເສດຖະກິດເໜືອ – ໃຕ້ ໃນວັນທີ 18 ກັນຍາ 2020 ໂດຍການເປັນປະທານຂອງ ທ່ານ ວຽງຄໍາ ໄຊຍະວົງ ຮອງຫົວໜ້າພະແນກ ຖວທ ແຂວງ, ມີບັນດາວິທະຍາກອນຈາກສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ສໍາມະນາກອນມາຈາກແຂວງບໍ່ແກ້ວ, ຜົ້ງສາລີ, ອຸດົມໄຊ ແລະ ແຂວງ ຫຼວງນໍ້າທາ ເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງການນໍາສະເໜີການຮຽນ – ການສອນສໍາລັບພະນັກງານໃນຂະແໜງການທ່ອງທ່ຽວທີ່ດີ, ຄວາມສໍາຄັນຂອງການນໍາສະເໜີທີ່ດີ ,ຄຸນສົມບັດທີ່ດີຂອງຜູ້ນໍາສະເໜີ, ການອອກແບບການນໍາສະເໜີ, ການສ້າງໂຄງສ້າງການນໍາສະເໜີ, ເຕັກນິກການຄວບຄຸມຄວາມຕື່ນເຕັ້ນ ,ຄວາມສໍາຄັນ ແລະ ໜ້າທີ່ຂອງຄູຝຶກ, ການແຕ່ງບົດສອນ, ການແນະນໍາຕົນເອງກ່ອນປະກອບຄວາມເຫັນໃນກອງປະຊຸມ ແລະ ການເປັນພິທີກອນແນະນໍາວິທະຍາກອນ.
ພ້ອມນັ້ນ, ຍັງໄດ້ເນັ້ນການຮຽນ – ການສອນແລ້ວເອົາໄປນໍາໃຊ້ຕົວຈິງເປັນຕົ້ນແມ່ນການສົ່ງ ຄວາມຮູ້ໃຫ້ວິທະຍາກອນ ໄດ້ປະສົບການຕົວຈິງ ແລະ ສັງເກດການ – ວິທີການແກ້ໄຂຂໍ້ບົກຜ່ອງ ແລະ ກ້ານໍາສະເໜີ, ດ້ານຄວາມຮູູ້ເລື່ອງການບໍລິການ ແລະ ການທ່ອງທ່ຽວ, ດ້ານປະສົບການ – ການສອນ, ການຈັດງານການບໍລິການ ແລະ ການທ່ອງທ່ຽວ – ການຕ້ອນຮັບ, ດ້ານການສຶກສາ ແລະ ປະສົບການໃນການເດີນທາງ ແລະ ການທ່ອງທ່ຽວ.
ໂອກາດດັ່ງກ່າວຍັງໄດ້ມອບໃບຢັ້ງຢືນສຳເລັດຊຸດຝຶກອົບຮົມໃຫ້ສຳມະນາກອນ ມອບໂດຍ ທ່ານ ວຽງຄຳ ໄຊຍະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
[ ຂ່າວ: ມຸນຕີ ]