ຕິດຕັ້ງຊິງກາງຢູ່ຕະຫຼາດ ເມືອງຍົມມະລາດ ຫຼີກລຽງການປອມແປງຕາຊິງ

79

ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຍົມມະລາດ ແຂວງ ຄຳມ່ວນ ໄດ້ລົງເຄື່ອນໄຫວ ຕິດຕັ້ງຊິງກາງຢູ່ຕະຫຼາດເທບສົມບັດໃນວັນທີ 18 ກັນຍາ 2020; ເຂົ້າຮ່ວມຂອງທ່ານ ບຸນຕວຍ ເສນດາວົງ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງຍົມມະລາດ, ອຳນາດການປົກຄອງບ້ານໂພນຄຳ ແລະ ບັນດາຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ການລົງຕິດຕັ້ງໃນຄັ້ງນີ້ ເພື່ອຄວາມຍຸຕິທຳໃນສັງຄົມບໍ່ປັບຕາຊິງ, ບໍ່ເອົາປຽບເຊິ່ງກັນ ແລະ ກັນ ພາຍໃນຕະຫຼາດ, ການປອມແປງຕາຊິງ ເພື່ອລັກໂລບການຊັ່ງ – ການຜອງ, ການວັດແທກໃນການຊື້ – ຂາຍແລກປ່ຽນ ເຊິ່ງເປັນການກະທຳຜິດຕໍ່ກົດໝາຍອາຍາ ມາດຕາ 150 ຈະຖືກປັບໃໝແຕ່ 1 ແສນກີບ ຫາ 3 ລ້ານກີບ.

ນອກຈາກນີ້, ທ່ານ ນາງ ໂຊກຖາວອນ ທ່ຽນທອງມີ ວ່າການຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ຍັງຮຽກຮ້ອງມາຍັງບັນດາພໍ່ແມ່ປະຊາຊົນ ແລະ ຜູ້ມາໃຊ້ຈ່າຍພາຍໃນຕະຫຼາດ ຖ້າຫາກບໍ່ໝັ້ນໃຈໃນການຕິດນ້ຳໜັກໃນການຊື້ – ຂາຍ ແມ່ນໃຫ້ໄປຕິດຊິງກາງຂອງຕະຫຼາດທີ່ກຳນົດໄວ້ໃຫ້ ຫາກພົບເຫັນຄວາມຜິດປົກກະຕິຂອງຕາຊິງແມ່ນໃຫ້ແຈ້ງຫ້ອງການທີ່ກ່ຽວຂ້ອງລົງກວດກາຕົວຈິງ.