ເຜີຍແລ້ວຕົວເລກລັດຖະກອນ 2021, ຈະປັບຫຼຸດລົງອີກ

357

ແອັດບໍ່ຢາກໃຫ້ຜູ້ທີ່ມີຄວາມຝັນຢາກເຮັດວຽກນຳລັດ ຕ້ອງຕົກໃຈໝົດກຳລັງໃຈ ແຕ່ອີງໃສ່ງົບປະມານ ແລະ ຜົນກະທົບຂອງໂຄວິດ-19 ທີ່ກະທົບຕໍ່ປະເທດເຮົາລວມເຖິງ ຕົວເລກລັດຖະກອນທີ່ມີຢູ່ປະຈຸບັນ ລັດຖະບານເຫັນວ່າມີຄວາມພຽງພໍຕໍ່ຄວາມຕ້ອງການແລ້ວ, ສະນັ້ນປີ 2021 ຈະໃຫ້ໂກຕ້າຮັບພະນັກງານລັດຖະກອນພຽງ 1.600 ຕຳແໜ່ງເທົ່ານັ້ນ ແລະໃຫ້ບຸລິມະສິດພິເສດແກ່ຂະແໜງສຶກສາ-ສາທາອີກເຊັ່ນເຄີຍ.

ອີງຕາມແຫຼ່ງຂ່າວຈາກໜັງສືພິມວຽງຈັນທາຍລາຍງານໃນວັນທີ 24 ກັນຍາ 2020 ນີ້ວ່າ ລັດຖະບານລາວ ຕົກລົງເຫັນດີ ດ້ານຫຼັກການ ທີ່ຈະຮັບລັດຖະກອນໃໝ່ ຈໍານວນ 1.600 ຕໍາແໜ່ງ ໃນປີ 2021, ຫຼຸດລົງຕື່ມ 400 ຕໍາແໜ່ງ ທຽບໃສ່ປີ 2020.

ສາເຫດຂອງການຮັບພະນັກງານລັດຖະກອນຫຼຸດລົງ ໃນປີ 2021 ກໍ່ເນື່ອງຈາກ ຈໍານວນພະນັກງານລັດ ທີ່ມີຫຼາຍແລ້ວ ໃນປະຈຸບັນ, ພ້ອມທັງເປັນການຊ່ວຍໃນການຫຼຸດຜ່ອນ ງົບປະມານລັດ ແລະ ຄວາມຫຍຸ້ງຍາກ ທາງເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ. ທຸກໆກະຊວງ ແລະ ພະແນກການຕ່າງໆ ຂອງລັດ ຕ້ອງໄດ້ລາຍງານໜ້າວຽກ ແບບລະອຽດ ແລະ ບອກເຖິງຄວາມຕ້ອງການພະນັກງານ ໃນກົມກອງຂອງຕົນຂຶ້ນມາ.

ສ່ວນຂະແໜງການ ທີ່ຈະໄດ້ຮັບບູລິມະສິດ ຮັບສະໝັກລັດຖະກອນຫຼາຍກວ່າໝູ່ ຈະແມ່ນມາຈາກ ຂະແໜງການສຶກສາ ແລະ ສາທາ. ປະຈຸບັນ ທົ່ວປະເທດ ມີຈໍານວນ ພະນັກງານລັດ ທັງໝົດທີ່ 170.000 ຄົນ ຊຶ່ງພຽງພໍ ກັບຄວາມຕ້ອງການແລ້ວ.

ໃນປີ 2017 ລັດຖະບານ ຮັບລັດຖະກອນໃໝ່ ຈໍານວນ 5,000 ຕໍາແໜ່ງ, ປີ 2018 ຮັບ 3,000 ຕໍາແໜ່ງ, ປີ 2019 ຮັບ 1.500 ຕໍາແໜ່ງ, ຕາມລໍາດັບ.

Cr: ໜັງສືພິມວຽງຈັນທາມ