ມີ 82 ບໍລິສັດລົງທຶນໃນເຂດພັດທະນາໄຊເສດຖາສ້າງວຽກເຮັດກວ່າ 1.500 ຕຳແໜ່ງ

324

ເຂດພັດທະນາກວມລວມໄຊເສດຖາ ມີເນື້ອທີ່ທັງໝົດ 1.149 ເຮັກຕາ, ແຜນການລົງທຶນທັງໝົດ 5 ຕື້ໂດລາສະຫະລັດ, ປັດຈຸບັນລົງທຶນໄປແລ້ວ 1,2 ຕື້ໂດລາສະຫະລັດ, ມີວິສາຫະກິດມາລົງທຶນທັງໝົດ 82 ຫົວໜ່ວຍ ຊ່ວຍສ້າງວຽກເຮັດງານທໍາໄດ້ 1.500 ຄົນ.

ອີງຕາມການເປີດເຜີຍຂອງ ທ່ານ ຂຽງຄຳ ພຸດຈັນທະວົງສາ ຮອງຜູ້ອຳນວຍການ ບໍລິສັດ ຮ່ວມທຶນ ລາວ – ຈີນ ໃນວັນທີ 22 ກັນຍາຜ່ານມາ ໃຫ້ຮູ້ວ່າ: ເຂດພັດທະນາກວມລວມໄຊເສດຖາ ໄດ້ຈັດຕັ້ງປະຕິບັດຕາມແຜນທິດສະດີພັດທະນາສຸມໃສ່ການພັດທະນາຂະແໜງອຸດສາຫະກໍາພັດທະນາເປັນຕົວເມືອງແບບກົມກຽວກັນ ໂດຍການແບ່ງວຽກງານກໍ່ສ້າງອອກເປັນ 3 ໄລຍະໃນການພັດທະນາ. ໄລຍະທີ 1 ແມ່ນສຸມໃສ່ໃນການພັດທະນາໃນຂະແໜງການອຸດສາຫະກໍາ; ໄລຍະທີ 2 ແລະ 3 ແມ່ນພັດທະນາໃນຂະແໜງການຂົນສົ່ງ, ເຂດການຄ້າ, ເຂດທີ່ຢູ່ອາໄສ, ເຂດທ່ອງທ່ຽວ ແລະ ຈະພະຍາຍາມສ້າງເປັນຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນ.

ປັດຈຸບັນທາງໂຄງການໄດ້ສຳເລັດການພັດທະນາພື້ນຖານໂຄງລ່າງ ກວມເອົາເນື້ອທີ່ 400 ເຮັກຕາ ລວມທັງຜົນສໍາເລັດການກໍ່ສ້າງໃນໄລຍະທີ 1 ເຊັ່ນ: ບັນດາເສັ້ນທາງເຊື່ອມຈອດ, ເຂດສີຂຽວ, ລະບົບທໍ່ນໍ້າລວມ, ໂຄງການສະຖານີໄຟຟ້າ 115 ກິໂລວັດ, ພ້ອມທັງສໍາເລັດການກໍ່ສ້າງໂຮງງານມາດຕະຖານໂດຍມີເນື້ອທີ່ 80.000 ຕາແມັດ, ສໍາເລັດການກໍ່ສ້າງຕຶກຫໍພັກພະນັກງານເພື່ອຮັບຮອງ ແລະ ສາມາດຕອບສະໜອງການບໍລິການພື້ນຖານ ຄວາມຕ້ອງການດ້ານການບໍລິການໃຫ້ບັນດາວິສາຫະກິດຕ່າງໆໃນເຂດ ເຊິ່ງໃນປັດຈຸບັນໂຄງການເຂດພັດທະນາພວກເຮົາກໍາລັງດໍາເນີນວຽກງານການພັດທະນາໂຄງການໃນໄລຍະທີ 2 ແລະ 3.

ທ່ານ ຂຽງຄຳ ພຸດຈັນທະວົງສາ ກ່າວຕື່ມວ່າ: ປັດຈຸບັນມີ 82 ບໍລິສັດ ທີ່ມາຈາກ 7 ປະເທດ ແລະ ພາກພື້ນໃນທົ່ວໂລກທີ່ເຂົ້າມາເຊັນສັນຍາຈົດທະບຽນໃນເຂດເປັນທີ່ຮຽບຮ້ອຍແລ້ວ, ແຜນທຶນຈົດທະບຽນທັງໝົດຂອງບັນດາວິສາຫະກິດທີ່ເຂົ້າມາລົງທະບຽນຢູ່ໃນເຂດແມ່ນມີມູນຄ່າເກີນ 1,2 ຕື້ໂດລາສະຫະລັດ, ການລົງທຶນສະສົມຕົວຈິງ ແມ່ນ 670 ລ້ານໂດລາສະຫະລັດ, ມູນຄ່າການຜະລິດປະຈຳປີຂອງບັນດາວິສາຫະກິດທີ່ດໍາເນີນການຜະລິດຢ່າງເປັນທາງການແລ້ວແມ່ນເກີນ 300 ລ້ານໂດລາສະຫະລັດ, ມູນຄ່າການຜະລິດປະຈຳປີ ພາຍຫຼັງວິສາຫະກິດທັງໝົດໄດ້ດໍາເນີນການຜະລິດຢ່າງເປັນທາງການແລ້ວນັ້ນແມ່ນຈະມີມູນຄ່າເກີນ 1,8 ຕື້ໂດລາສະຫະລັດ.

ຮອງຜູ້ອຳນວຍການບໍລິສັດຮ່ວມທຶນ ລາວ – ຈີນ ກ່າວໃຫ້ຮູ້ຕື່ມວ່າ: ຍ້ອນການລະບາດຂອງເຊື້ອໄວຣັສສາຍພັນໃໝ່ ຫຼື ໂຄວິດ – 19, ເຮັດໃຫ້ເຂດພັດທະນາໄດ້ຮັບຜົນກະທົບຫຼາຍພໍສົມຄວນ ຕົວເລກຂອງວິສາຫະກິດໃໝ່ທີ່ເຂົ້າມາສໍາຫຼວດ ແລະ ເຊັນສັນຍາ ຖ້າທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາແມ່ນຫຼຸດລົງຫຼາຍຢ່າງເຫັນໄດ້ແຈ້ງ ເຊິ່ງໄດ້ຮັບຜົນກະທົບຈາກບັນຫາຕ່າງໆ ເຊັ່ນ: ບຸກຄະລາກອນ ແລະ ວັດຖຸຕ່າງໆໃນໄລຍະຂອງການດໍາເນີນມາດຕະການ ການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ແລະ ຄວາມຄືບໜ້າຂອງການກໍ່ສ້າງບາງພາກສ່ວນໃນເຂດພັດທະນາ ກໍມີຄວາມຫຼ້າຊ້າລົງຫຼາຍເຊັ່ນດຽວກັນ.