ທະນາຄານລາວ – ຝຣັ່ງ ສະໜອງທຶນ10 ລ້ານໂດລາ ໃຫ້ລັດວິສາຫະກິດຖືຮຸ້ນລາວ

326

ທະນາຄານລາວ – ຝຣັ່ງ ( BFL ) ໄດ້ຈັດພິທີເຊັນສັນຍາກັບ ລັດວິສາຫະກິດຖືຮຸ້ນລາວ ( LHSE ) ເພື່ອສະໜອງທຶນ ຈໍານວນ 10 ລ້ານໂດລາສະຫະລັດ ຫຼື ປະມານ 91,3 ຕື້ກີບ ເຂົ້າໃນໂຄງການສະໜັບສະໜູນການພັດທະນາຍຸດທະສາດຂະແໜງພະລັງງານຂອງ ສປປ ລາວ ທັງເປັນການເສີມສ້າງຂີດຄວາມສາມາດດ້ານການເງິນຂອງລາວທີ່ລົງທຶນໃນຂະແໜງພະລັງງານ.

ທ່ານ Arnaud Caulier ຜູ້ອໍານວຍການໃຫຍ່ທະນາຄານລາວ – ຝຣັ່ງ ກ່າວວ່າ: BFL ເປັນການຮ່ວມທຶນລະຫວ່າງ BRED Banque Populaire ( BRED Group ) ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເຊິ່ງຈະຄົບຮອບການສ້າງຕັ້ງ 10 ປີໃນອາທິດໜ້ານີ້ ພວກເຮົາມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ແລະ ຈະສືບຕໍ່ເຮັດຈົນສຸດ ຄວາມສາມາດ ເພື່ອສະໜອງການພັດທະນາໃນອະນາຄົດ.

ໄລຍະຜ່ານມາ, ທະນາຄານລາວ – ຝຣັ່ງ ( BFL ) ໄດ້ສະໜອງທຶນໃຫ້ແກ່ບັນດາໂຄງການໃຫຍ່ ເປັນຕົ້ນແມ່ນ: ຂະແໜງພະລັງງານ, ອຸດສາຫະກໍາ, ອະສັງຫາລິມະຊັບ, ການສຶກສາ ແລະ ການບໍລິການ ແລະ ຍັງຈະສືບຕໍ່ໃຫ້ການສະໜັບສະໜູນໃຫ້ແກ່ບັນດາ SME ໃນລາວ ໂດຍ ຄວາມມຸ່ງຫວັງຂອງພວກເຮົາແມ່ນເພື່ອສືບຕໍ່ສະໜັບສະໜູນ ເພື່ອຊ່ວຍໃຫ້ພາກທຸລະກິດເຕີບໃຫຍ່ຂະຫຍາຍຕົວກ້າວໄປຂ້າງໜ້າ.

ສໍາລັບການສະໜອງທຶນໃຫ້ແກ່ໂຄງການນີ້ ແມ່ນມີ ຄວາມສໍາຄັນຫຼາຍສໍາລັບທັງສອງຝ່າຍ ເນື່ອງຈາກມີເປົ້າໝາຍເພື່ອການຮ່ວມມືໃນຂະແໜງພະລັງງານຢູ່ ສປປ ລາວ, ໃນຖານະທີ່ເປັນທະນາຄານຝຣັ່ງ, ກິດຈະກໍາຂອງລັດວິສາຫະກິດຖືຮຸ້ນລາວແມ່ນມີຄວາມໝາຍສໍາລັບພວກເຮົາ ເນື່ອງຈາກວ່າຢູ່ໃນໄລຍະໂຄວິດ – 19 ນີ້ ກໍແມ່ນໂອກາດທີ່ດີສໍາລັບທະນາຄານ ລາວ – ຝຣັ່ງ ເພື່ອສະແດງຄວາມມຸ່ງໝັ້ນທີ່ຈະເຂົ້າຮ່ວມໃນການພັດທະນາເສດຖະກິດລາວໃນໄລຍະຍາວ.

ທ່ານ ມະນາສິນ ວົງໄຊ ຜູ້ຈັດການໃຫຍ່ຂອງລັດວິສາຫະກິດຖືຮຸ້ນລາວ ( LHSE ) ກ່າວຕື່ມວ່າ: ລັດວິສາຫະກິດຖືຮຸ້ນລາວເປັນຫົວໜ່ວຍທຸລະກິດທີ່ຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ ໂດຍມີກະຊວງການເງິນເປັນເຈົ້າຂອງທຶນ 100% ໄດ້ຖືກສ້າງຕັ້ງຂຶ້ນເພື່ອເຂົ້າຮ່ວມຖືຮຸ້ນ, ຄຸ້ມຄອງ ແລະ ບໍລິຫານຮຸ້ນໃນໂຄງການໄຟຟ້າ ແລະ ບັນດາໂຄງການຜະລິດໄຟຟ້າທີ່ຖືກມອບໝາຍຈາກລັດຖະບານ ເພື່ອການສົ່ງອອກຢ່າງມີປະສິດທິຜົນ. ສະນັ້ນ, ການເຊັນສັນຍາຄັ້ງນີ້ສະແດງໃຫ້ຫັນເຖິງຜົນສໍາເລັດທີ່ສໍາຄັນໃນການຮ່ວມມືຂອງພວກເຮົາ ກັບ ທະນາຄານລາວ – ຝຣັ່ງ ທີ່ໄດ້ສະໜອງທຶນໃຫ້ແກ່ລັດວິສາຫະກິດຖືຮຸ້ນລາວ ດ້ວຍເງິນທຶນ 10 ລ້ານໂດລາສະຫະລັດ ເຊິ່ງຈະເປັນການຊ່ວຍເສີມສ້າງຂີດຄວາມເຂັ້ມແຂງ ແລະ ຄວາມສາມາດທາງດ້ານການເງິນໃຫ້ກັບພວກເຮົາ.

ພິທີເຊັນສັນຍາດັ່ງກ່າວມີຂຶ້ນໃນວັນທີ 23 ກັນຍາ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເຊິ່ງເປັນການລົງນາມຮ່ວມກັນຂອງ ທ່ານ Arnaud Caulier ຜູ້ອໍານວຍການໃຫຍ່ BFL ກັບ ທ່ານ ມະນາສິນ ວົງໄຊ ຜູ້ຈັດການໃຫຍ່ LHSE ມີບັນດາແຂກຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັນຂີພິຍານ.

[ ຮູບ: ສົມສະຫວັນ ]