ທ່ານ ນາງ ເຂັມມະນີ ພົນເສນາ ຕ້ອນຮັບຢ້ຽມອຳລາທີ່ປຶກສາການຄ້າຈີນ

286

ທ່ານ ນາງ ເຂັມມະນີ ພົນ ເສນາ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ( ອຄ ) ທັງເປັນປະທານຄະນະກໍາມະການຮ່ວມມື ລາວ – ຈີນ ( ຄລຈ ) ໃຫ້ການຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ Wang Qi Hui ທີ່ປຶກສາດ້ານເສດຖະກິດການຄ້າສະຖານທູດ ສປ ຈີນ ປະຈໍາລາວ ໃນວັນທີ 23 ກັນຍາ 2020 ທີ່ກະຊວງ ອຄ ເນື່ອງໃນໂອກາດສໍາເລັດການປະຕິບັດໜ້າທີ່ຂອງຕົນຢູ່ລາວແຕ່ປີ 2016 ເປັນຕົ້ນມາ.

ໃນໂອກາດນີ້, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່າວຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານທີ່ປຶກສາດ້ານເສດຖະກິດການຄ້າສະຖານທູດຈີນ ປະຈໍາລາວ ໃນດ້ານການຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດການຄ້າ ກໍຄືການຮ່ວມມືດ້ານເຕັກນິກ – ການຊ່ວຍເຫຼືອຂອງສປ ຈີນ ຕໍ່ ສປປ ລາວ ເຊິ່ງໃນໄລຍະ 5 ປີຜ່ານມາ ການ  ຄ້າ – ການລົງທຶນ ແລະ ການຊ່ວຍເຫຼືອຂອງຈີນຕໍ່ລາວ ແມ່ນໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສະນັ້ນ, ໃນໂອກາດນີ້ທ່ານລັດຖະມົນຕີກະຊວງ ອຄ, ປະທານ ຄລຈ ໄດ້ມອບໃບຍ້ອງຍໍຂອງກະຊວງ ອຄ ແລະ ຂອງປະທານ ຄລຈ ໃຫ້ແກ່ ທ່ານ Wang Qi Hui ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ຜົນງານທີ່ຜູ້ກ່ຽວໄດ້ປະກອບສ່ວນເຂົ້າໃນການພັດທະນາການພົວພັນຮ່ວມມື ລະຫວ່າງລາວ – ຈີນ ກໍຄືການພັດທະນາດ້ານເສດຖະກິດ – ສັງຄົມຂອງ ສປປ ລາວ.

ທ່ານ Wang Qi Hui ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງທ່ານລັດຖະມົນຕີ ພ້ອມດ້ວຍຄະນະທີ່ໃຫ້ການຕ້ອນຮັບ ແລະ ມອບໃບຍ້ອງຍໍໃນຄັ້ງນີ້. ທ່ານລັດຖະມົນຕີຍັງ ໄດ້ອວຍພອນທ່ານທີ່ປຶກສາດ້ານເສດຖະກິດການຄ້າ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນຊາດຈີນ ຄົບຮອບ 71 ປີ ໃນວັນທີ 1 ຕຸລາ 2020 ຈະເຖິງນີ້.