ເຜີຍແຜ່ນະໂຍບາຍພະລັງງານແກ່ຂະແໜງທະນາຄານ

23 Sep 2020

ຄລິກແຊຣ໌ 0 Facebook WhatsApp

ກົມນິຕິກໍາທະນາຄານແຫ່ງ ສປປ ລາວ ຮ່ວມກັບ ກົມນະໂຍບາຍ ແລະ ແຜນພະລັງງານກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຕັ້ງການເຜີຍແຜ່ນະໂຍບາຍພະລັງງານຂອງ ສປປ ລາວ ໃຫ້ແກ່ພະນັກງານໃນຂະແໜງການທະນາຄານ ໃນວັນທີ 22 ກັນຍາ 2020 ທີ່ສະຖາບັນການທະນາຄານ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ໄຊລືຊາ ຜູຍຍະວົງ ວ່າການຫົວໜ້າກົມນິຕິກໍາ ແລະ ທ່ານ ສັນຍາ ສົມວິຈິດ ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ; ມີບັນດາຄະນະກົມ, ພະນັກງານຈາກທະນາຄານແຫ່ງ ສປປ ລາວ – ທະນາຄານທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ເປັນການເຜີຍແຜ່ນະໂຍບາຍພະລັງງານຂອງ ສປປ ລາວ ທີ່ຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການຈາກດໍາລັດ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍພະລັງງານຂອງ ສປປ ລາວ ເລກທີ 392/ລບ ຄັ້ງວັນທີ 8 ກໍລະກົດ 2020 ແນໃສ່ສ້າງ ຄວາມເຂົ້າໃຈອັນເລິກເຊິ່ງ ໃຫ້ພະນັກງານໃນຂະແໜງທະນາຄານ ເພື່ອເປັນບ່ອນອີງໃຫ້ແກ່ການພັດທະນາຂະແໜງການ ຕາມແຜນພັດທະນາເສດຖະກິດ – ສັງຄົມ ແລະ ເປັນການສະໜັບສະໜູນວິໄສທັດ ແລະ ແຜນຍຸດທະສາດແຫ່ງຊາດ. ນອກຈາກນີ້, ຍັງສະໜັບສະໜູນການຈັດຕັ້ງປະຕິບັດບັນດາເອກະສານທີ່ສຳຄັນຂອງກະຊວງພະລັງງານ ແລະ ບໍ່ແຮ່, ໃນນີ້ມີວິໄສທັດປີ 2030, ຍຸດທະສາດການພັດທະນາ 2025 ແລະ ແຜນພັດທະນາພະລັງງານ – ບໍ່ແຮ່ 5 ປີ ຄັ້ງທີ 8 ( 2016 – 2020 ) ແລະ ຍັງສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ( Sustainable Development Goals: SDG ).

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ