ບໍລິສັດ ໄອເອຈ໌ຊີ ມອບເງິນ 500 ລ້ານ ໃຫ້ແຂວງວຽງຈັນ

162

ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ( IHC ) ໄດ້ເອົາເງິນ 500 ລ້ານກີບ ມາມອບໃຫ້ແກ່ແຂວງວຽງຈັນ ເພື່ອເປັນການປະກອບສ່ວນຊຸກຍູ້ອຸປະຖຳໃນການເຄື່ອນໄຫວວຽກງານຂະບວນການໃນດ້ານຕ່າງໆ ແລະ ຄໍານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ວຽງຈັນ ຄັ້ງທີ VI ທີ່ຈະໄຂຂຶ້ນໃນໄວນີ້ໃຫ້ມີຄວາມໝາຍ ແລະ ມີບັນຍາກາດຟົດຟື້ນ.

ພິທີໄດ້ຈັດຂຶ້ນຢູ່ຫ້ອງຮັບຮອງຂອງຫ້ອງວ່າການແຂວງ ວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ, ທ່ານ ລີ ໄຄ ຜູ້ອຳນວຍການໃຫຍ່ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ( IHC ) ພ້ອມຄະນະ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທາງບໍລິສັດດັ່ງກ່າວກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະໃຫ້ແຂວງໄດ້ຮັບຊາບ. ພ້ອມດຽວກັນນີ້, ທ່ານເຈົ້າແຂວງກໍໄດ້ກ່າວຂອບໃຈຕໍ່ບໍລິສັດດັ່ງກ່າວທີ່ໄດ້ປະກອບສ່ວນຊຸກຍູ້, ອຸປະຖຳແຂວງວຽງຈັນຕະຫຼອດມາ ເປັນຕົ້ນແມ່ນການຊ່ວຍເຫຼືອ, ການຮ່ວມມື, ການລົງທຶນໃນດ້ານຕ່າງໆລະຫວ່າງ ສປ ຈີນ ກັບ ສປປ ລາວ ໃນໄລຍະຜ່ານມາ ແລະ ໃຫ້ເຂົ້າສູ່ລວງເລິກຂຶ້ນກວ່າເກົ່າ.

[ ຮູບ: ຖວທ ແຂວງວຽງຈັນ ]