ນະຄອນ ໄກສອນ ຫາລືຈັດງານບຸນອອກພັນສາ – ຊ່ວງເຮືອ

350

ຫ້ອງວ່າການປົກຄອງນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດງານບຸນປະເພນີອອກພັນສາ – ຊ່ວງເຮືອ ປະຈຳປີ 2020 ຂຶ້ນເມື່ອມໍ່ໆມານີ້ ໂດຍການເປັນປະທານຂອງ ທ່ານ ສົມໝາຍ ສົງວິໄລ ຮອງເຈົ້ານະຄອນ ໄກສອນ ພົມວິຫານ, ມີອະນຸກຳມະການທຸກພາກສ່ວນເຂົ້າຮ່ວມ.

ໃນພິທີ ທ່ານ ພູເງິນ ຈັນທະສອນ ຫົວໜ້າຫ້ອງວ່າການນະຄອນ ໄກສອນ ພົມວິການ ໄດ້ຂຶ້ນຜ່ານຂໍ້ຕົກຂອງທ່ານເຈົ້ານະຄອນ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການ, ອະນຸກຳມະການກະກຽມງານບຸນປະເພນີອອກພັນສາ – ຊ່ວງເຮືອ ປະຈຳປີ 2020 ພ້ອມທັງແຜນການຈັດງານບຸນດັ່ງກ່າວ ໂດຍຄະນະຮັບຜິດຊອບຈັດງານປະເພນີອອກພັນສາ – ຊ່ວງເຮືອນະຄອນ ເຊິ່ງໄດ້ຄົ້ນຄວ້າວາງແຜນການຈັດງານປະເພນີດັ່ງກ່າວຂຶ້ນລະ ຫວ່າງວັນທີ 2 – 3ຕຸລາ 2020 ທີ່ທ່າວັດໃຫຍ່ໄຊຍະພູມ.


ຢ່າງໃດກໍຕາມ, ປີນີ້ຈະບໍ່ໄດ້ຈັດໃຫຍ່ຄືທຸກໆປີທີ່ຜ່ານມາ ໂດຍຈະປະກອບມີການວາງສະແດງ – ຂາຍສິນຄ້າປະເພດຕ່າງໆ, ງານຕະຫຼາດນັດທີ່ເຄີຍປະຕິບັດກັນມາໃນແຕ່ລະປີ; ສ່ວນການຊ່ວງເຮືອຈະມີແຕ່ເຮືອປະເພນີພື້ນບ້ານ ແລະ ເຮືອຊ່ວງ 9 – 12 ສີພາຍ ແລະ ຈະບໍ່ມີການຄົບງັນ, ທ່ານ ພູເງິນ ຈັນທະສອນ ກ່າວ.

ຈາກນັ້ນໃນກອງປະຊຸມຍັງໄດ້ປະກອບຄຳຄິດເຫັນເພື່ອໃຫ້ງານບຸນອອກພັນສາ – ຊ່ວງເຮືອມີຄວາມພ້ອມດຳເນີນໄປດ້ວຍດີ.