ໃນຕອນບ່າຍ ຂອງວັນທີ 17 ກັນຍາ 2020 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງການແຜນການ ແລະ ການລົງທຶນ ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຈັດພິທີເຊັນສັນຍາສະໜອງເຂົ້າສານໃຫ້ບ້ານເປົ້າໝາຍ 42 ບ້ານ ຂອງໂຄງການ ລາວ 030, ພາຍໃຕ້ການເປັນປະທານຂອງທ່ານ ສຸກຂະເສີມ ແກ້ວຈັນທະລາ ຮອງເຈົ້າເມືອງ ເມືອງບົວລະພາ ມີບັນດາ ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ບັນດາ ຜູ້ປະກອບການ (ໂຮງສີເຂົ້າ) ເຂົ້າຮ່ວມ.
ຈຸດປະສົງໃນພິທີເຊັນສັນຍາຄັ້ງນີ້ ກໍ່ເພື່ອສະໜອງເຂົ້າສານໃຫ້ກັບບ້ານເປົ້າໝາຍ 42 ບ້ານ ພາຍໃນເມືອງບົວລະພາ ຂອງໂຄງການ ລາວ 030 ເຊິ່ງໄດ້ສະໜອງເຂົ້າສານຈຳນວນ 69.261 ກິໂລ ລວມມູນຄ່າທັງໝົດ 675.231.900 ກີບ ແລະ ເຂົ້າດັ່ງກ່າວ ແມ່ນໄດ້ ແບ່ງອອກເປັນ 4 ພູດ, 4ໂຮງສີ ໃນການສະໜອງເຂົ້າໃຫ້ກັບ ບ້ານເປົ້າໝາຍ ທັງ 42 ບ້ານ ພາຍໃນເມືອງບົວລະພາ.
ເຊິ່ງຕາງໜ້າການເຊັນສັນຍາໃນຄັ້ງນີ້ ໂດຍແມ່ນ ທ່ານ ພູວຽງ ສີສູນທອນ ຫົວໜ້າຫ້ອງການ ແຜນການ ແລະ ການລົງທຶນເມືອງ ມີບັນດາ ຜູ້ປະກອບການ ກໍ່ຄື ໂຮງສີເຂົ້າ ທັງ 4 ໂຮງສີ ຮ່ວມເຊັນສັນຍາຢ່າງພ້ອມພຽງ ໂດຍມີ ທ່ານ ສຸກຂະເສີມ ແກ້ວຈັນທະລາ ຮອງເຈົ້າເມືອງ ເມືອງບົວລະພາ ແລະ ບັນດາຫົວໜ້າ, ຮອງຫົວໜ້າຫ້ອງການທຸກຂະແໜງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.