ເປີດໂຄງການປ້ອງກັນການລະບາດພະຍາດໂຄວິດ – 19 ຢູ່ຊົນນະບົດ

185

ກອງທຶນຫຼຸດຜ່ອນຄວາມທຸກຍາກ ( ທລຍ ) ໄດ້ຮັບການຊ່ວຍເຫຼືອລ້າຈາກອົງການ ເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດ ຫຼື SDC ຈໍານວນ 5 ແສນໂດລາສະຫະລັດ ຫຼື ປະມານ 4 ຕື້ກວ່າກີບ ເພື່ອນໍາໄປຈັດຕັ້ງປະຕິບັດວຽກງານປ້ອງກັນການລະບາດພະຍາດໂຄວິດ – 19 ຢູ່ຮາກຖານຊຸມຊົນ ຊົນນະບົດເຂດທີ່ມີຄວາມສ່ຽງ.

ພິທີເປີດໂຄງການຈັດຂຶ້ນວັນທີ 21 ກັນຍາ 2020 ທີ່ກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້ ( ກປ ) ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຈິດ ທະວິໃສ ຜູ້ອໍານວຍການ ທລຍ, ທ່ານ ຈ່ອງຟຼອງຊົວ ກືເອໂນ ( jean Francios Cuenod ) ຜູ້ອໍານວຍການຫ້ອງການຮ່ວມມືພາກພື້ນແມ່ນໍ້າຂອງປະເທດສະວິດ.

ທ່ານ ຈິດ ທະວິໃສ ມີຄໍາເຫັນວ່າ: ພິທີມື້ນີ້ມີຂຶ້ນເພື່ອລິເລີ່ມໂຄງການ ພ້ອມທັງແຈ້ງໃຫ້ສັງຄົມຮັບຮູ້ການຊ່ວຍເຫຼືອດໍາເນີນມາດຕະການຂອງລັດຖະບານຕໍ່ການຕອບໂຕ້ການລະບາດພະຍາດໂຄວິດ – 19 ຢູ່ໃນລາວ, ປຶກສາຫາລືການວາງແຜນວຽກເພື່ອປະສານງານ ແລະ ຮ່ວມມືກັນຈັດຕັ້ງປະຕິບັດໂຄງການຢູ່ເຂດຊົນນະບົດທີ່ນອນຢູ່ໃນເປົ້າໝາຍຂອງໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍຈະນໍາໃຊ້ທຶນ 5 ແສນໂດລາສະຫະລັດ ພາຍໃຕ້ການຮ່ວມມື ແລະ ປະສານງານກັບກະຊວງສາທາລະນະສຸກ.

ກິດຈະກໍາຫຼັກ ແນໃສ່ປູກຈິດສໍານຶກ, ສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງທ້ອງຖິ່ນ, ຜະລິດເຄື່ອງມືໂຄສະນາເຜີຍແຜ່ຂໍ້ມູນ – ຂ່າວສານໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ໃນເບື້ອງຕົ້ນໃຫ້ປະຊາຊົນບັນດາເຜົ່າ, ນັກຮຽນ, ນັກສຶກສາຢູ່ໂຮງຮຽນສາມັນ ແລະ ໂຮງຮຽນວິຊາຊີບຕ່າງໆ ລວມທັງແນະນໍາວິທີຜະລິດຜ້າອັດປາກ ໂດຍນໍາໃຊ້ວັດຖຸດິບຂອງທ້ອງຖິ່ນທີ່ຊຸມຊົນສາມາດຈັດຊື້ຈັດຫາໄດ້ດ້ວຍກໍາລັງແຮງທີ່ຕົນເອງມີ.

ສໍາລັບກິດຈະກໍາ ແລະ ວິທີການຈັດຕັ້ງປະຕິບັດວຽກງານ ທີ່ນໍາໃຊ້ທຶນຊ່ວຍເຫຼືອຢູ່ 10 ແຂວງ ຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ກວມເອົາ 35 ເມືອງ, 900 ບ້ານເປົ້າໝາຍຂອງໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ມີກໍານົດເວລາຈັດຕັ້ງປະຕິບັດນັບແຕ່ນີ້ເຖິງເດືອນມັງກອນ 2021.

( ໂດຍ: ບຸນຍັງ ພຸດສະຫວັດ )